ທ່ານພົນຈັດຕະວາ ຫງວຽນວັນດຶກ, ຫົວໜ້າກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງ),  ຮອງຫົວໜ້າອົງການປະຈໍາການຄະນະຊີ້ນໍາ, ຫົວໜ້າຄະນະໂຄສະນາ, ຂົນຂວາຍການສ້າງ “ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ” ເປັນປະທານກອງປະຊຸມ.

ຜ່ານບົດລາຍງານໄດ້ສະແດງໃຫ້ເຫັນວ່າ, ອົງການປະຈໍາການໄດ້ສ້າງ ແລະປະກາດໃຊ້ລະບອບລະບຽບການ, ແຜນການ, ປຸກລະດົມການແຂ່ງຂັນອອກແບບສັນຍາລັກ, ຄຳຂວັນໂຄສະນາ. ສ້າງແຜນການ ແລະຮຽບຮຽງເອກະສານໂຄສະນາກ່ຽວກັບກອງທຶນ, ເນື້ອໃນກອງປະຊຸມຂ່າວ ແລະຖະແຫຼງຂ່າວກ່ຽວກັບກອງທຶນ; ສ້າງບັນດາມາດຖານ ແລະແນະນຳການຍ້ອງຍໍຊົມເຊີຍສໍາລັບບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນອັນໃຫຍ່ຫຼວງຕໍ່ກອງທຶນ... ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສ້າງແຜນການ ແລະຈັດຕັ້ງການສະເໜີຕົວເວັບໄຊຂ່າວສານເອເລັກໂຕນິກຂອງກອງທຶນ, ດໍາເນີນການທົດລອງເປີດນຳໃຊ້ພາຍໃນກົງກັບໂອກາດວັນທີ 22 ທັນວາ 2019.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນວັນດຶກ ກ່າວຄຳເຫັນສະຫຼຸບກອງປະຊຸມ. ພາບ: qdnd.vn.

ພາຍຫຼັງທີ່ຮັບຟັງຄໍາເຫັນປະກອບຂອງຜູ້ຕາງໜ້າບັນດາອົງການ, ກົມກອງ, ທ່ານພົນຈັດຕະວາ ຫງວຽນວັນດຶກ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ ເຊິ່ງອົງການໂຄສະນາ, ຂົນຂວາຍການສ້າງກອງທຶນປະຕິບັດຜັນຂະຫຍາຍໃນປີ 2019. ພ້ອມທັງ, ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຄວນສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາການເຄື່ອນໄຫວສ້າງ ແລະໂຄສະນາຮູບພາບຂອງກອງທຶນ; ສ້າງເນື້ອໃນການກະກຽມໃຫ້ສຳເລັດໂດຍໄວ ເພື່ອຈັດຕັ້ງພິທີສະເໜີຕົວກອງທຶນ, ສົ່ງຂໍ້ຄວາມບໍລິຈາກໃຫ້ກອງທຶນຖືກຕ້ອງຕາມການຄາດຄະເນຂອງຄະນະຊີ້ນໍາ. ປີ 2020, ອົງການໂຄສະນາ, ຂົນຂວາຍການສ້າງກອງທຶນຄາດຄະເນວ່າຈະຈັດຕັ້ງສັບປະດາ “ທະເລ, ໝູ່ເກາະຫວຽດນາມ” ລະດັບຊາດ; ຈັດຕັ້ງລາຍການ “ທ່ອງທ່ຽວທາງທະເລ, ໝູ່ເກາະຫວຽດນາມ” ຢູ່ຕາມໝູ່ເກາະແຄມຝັ່ງ, ເຈື່ອງຊາ - ຮ້ານເວນຍານ DK1...

ໂດຍ: ທະນາພອນ