“ນໍາ” ເກາະຫຍັບເຂົ້າມາໃກ້ກັບຝັ່ງ

ໃນຊຸມວັນທ້າຍປີກຸນ, ພວກຂ້າພະເຈົ້າພ້ອມກັບຄະນະປະຕິບັດງານກອງບັນຊາການຕໍາຫຼວດທະເລເຂດ 1, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ມາຫາປະຊາຊົນເມືອງເກາະແບັກລອງຫວີ ຈັດຕັ້ງກິດຈະກໍາ “ບຸນເຕັດຢູ່ໝູ່ເກາະ” (ກິດຈະກໍານອນໃນລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”). ຜ່ານນັ້ນ, ພວກຂ້າພະເຈົ້າຈຶ່ງເຫັນໄດ້ຄວາມຈຳເປັນ ແລະປະສິດທິຜົນຂອງລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໂດຍກໍາລັງຕໍາຫຼວດທະເລປະຕິບັດ. ສິ່ງທໍາອິດທີ່ພວກຂ້າພະເຈົ້າຮູ້ສຶກໄດ້ນັ້ນແມ່ນຄວາມສະໜິດຕິດພັນ, ຄວາມຮັກເຊິ່ງປະຊາຊົນຢູ່ທີ່ນີ້ສະຫງວນໃຫ້ພະນັກງານ, ນັກຮົບຕໍາຫຼວດທະເລ. ໃນຕອນບ່າຍ, ພໍແຕ່ໄດ້ຮັບຂ່າວມີກໍາລັງຕໍາຫຼວດທະເລມາສະແດງສິລະປະ, ທົ່ວເມືອງເກາະຄືວ່າຟົດຟື້ນມ່ວນຊື່ນກວ່າ, ບັນດາຄອບຄົວລໍຖ້າກະກຽມ, ກິນເຂົ້າແຕ່ກ່ອນເພື່ອທັນເວລາໄປຊົມລາຍການສະແດງສິລະປະ. ການພົບປະແລກປ່ຽນສິລະປະໂດຍກອງບັນຊາການຕໍາຫຼວດທະເລເຂດ 1 ສົມທົບກັບທ້ອງຖິ່ນຈັດຕັ້ງຢູ່ເດີນຕໍ່ໜ້າຫໍວັດທະນະທໍາເມືອງເກາະແບັກລອງຫວີ. ລາຍການໄດ້ດໍາເນີນໃນບັນຍາກາດເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງທະຫານ ແລະປະຊາຊົນ.

leftcenterrightdel
ກອງບັນຊາການຕໍາຫຼວດທະເລເຂດ 1 ມອບທຸງຊາດໃຫ້ຊາວປະມົງຢູ່ອູ່ເຮືອແບັກລອງຫວີ. ພາບ: qdnd.vn.

ໃນ 2 ວັນທີ່ຄະນະປະຕິບັດງານຢູ່ເກາະ, ນອກຈາກລາຍການສະແດງສິລະປະທີ່ສ້າງຄວາມປະທັບໃຈພິເສດແລ້ວ, ບັນດາກິດຈະກໍາຕ່າງໆ ຄື ການຢ້ຽມຢາມຖາມຂ່າວ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບັນດາອົງການ, ກົມກອງກໍາລັງປະກອບອາວຸດ, ຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວປະສົບກັບຄວາມທຸກຍາກ; ການເຮັດອະນາໄມທໍາຄວາມສະອາດສິ່ງແວດລ້ອມ; ການໂຄສະນາເຜີຍແຜ່, ການສຶກສາກົດໝາຍ, ມອບທຸງຊາດ, ມອບຂອງຂວັນໃຫ້ຊາວປະມົງຢູ່ອູ່ເຮືອແບັກລອງຫວີ… ກໍ່ຮັບການຕອບສະໜອງທີ່ສຸດອົກສຸດໃຈຈາກປະຊາຊົນ.

ແຜ່ຂະຫຍາຍຮູບແບບນີ້ຢ່າງມີປະສິດທິຜົນ

ແຕ່ການສັງເກດຕົວຈິງຢູ່ບັນດາຕາແສງ, ເມືອງ, ເກາະທີ່ມີພະລາທິການອາຊີບປະມົງ, ປີ 2017, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ສ້າງຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແລະຊີ້ນໍາກອງບັນຊາການຕໍາຫຼວດທະເລບັນດາເຂດຜັນຂະຫຍາຍກິດຈະກໍາໃນພາບດຽວ. ຄວາມຈິງຜ່ານກວ່າ 2 ປີແຫ່ງການຜັນຂະຫຍາຍ, ຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄດ້ຮັບຜົນງານຫຼາຍຢ່າງທີ່ໜ້າສົ່ງເສີມ. ກໍາລັງຕໍາຫຼວດທະເລໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນຂະບວນການກໍ່ສ້າງຊົນນະບົດໃໝ່ຢູ່ 13 ຕາແສງ, ເມືອງເກາະ; ລະດົມຂົນຂວາຍກວ່າ 60 ອົງການການເມືອງ-ສັງຄົມ, ວິສາຫາກິດສະໜັບສະໜູນ, ອຸປະຖໍາ; ຢ້ຽມຢາມ, ມອບຂອງຂວັນໃຫ້ເກືອບ 1.600 ຄອບຄົວຜູ້ມີຄຸນງາມຄວາມດີ, ຊາວປະມົງທີ່ປະສົບກັບຄວາມທຸກຍາກ…

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພົນຈັດຕະວາ ຢ້ວານບາວກວຽດ ຮອງຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລໃຫ້ຮູ້ວ່າ: “ໂດຍກໍານົດວ່ານີ້ແມ່ນຮູບແບບທີ່ເປັນເອກະລັກສະເພາະຂອງກໍາລັງຕໍາຫຼວດທະເລຫວຽດນາມ, ໃນ 2 ປີຜ່ານມາ, ລາຍການໄດ້ສ້າງຜົນງານຫຼາຍຢ່າງທີ່ໜ້າຮັບຮູ້. ບັນດາກິດຈະກໍາໂຄສະນາ, ສຶກສາໃຫ້ປະຊາຊົນຢູ່ບັນດາຕາແສງ, ເມືອງເກາະເຂົ້າໃຈໄດ້ແນວທາງ, ແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງພັກ ແລະລັດ, ເຂົ້າໃຈແຈ້ງກວ່າກ່ຽວກັບກົດໝາຍວ່າດ້ວຍທະເລຫວຽດນາມ, ຍົກສູງສະຕິຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ. ພ້ອມກັນນັ້ນ, ຮູບແບບນີ້ກໍ່ປະກອບສ່ວນຍົກສູງຄຸນນະພາບຂອງການກໍ່ສ້າງຊົນນະບົດໃໝ່ຢູ່ບັນດາຕາແສງ, ເມືອງເກາະ”.

ພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍ, ຮູບແບບໄດ້ຮັບການຕີລາຄາສູງຈາກບັນດາອົງການສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກອໍານາດການປົກຄອງບັນດາທ້ອງຖິ່ນ ແລະປະຊາຊົນ. ຈາກຜົນສໍາເລັດໃນເບື້ອງຕົ້ນ, ກອງບັນສາການຕໍາຫຼວດທະເລໄດ້ລາຍງານຕໍ່ກະຊວງປ້ອງກັນປະເທດ ແລະຍົກຈາກຮູບແບບຂຶ້ນເປັນລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”, ເພີ່ມທະວີບັນດາກິດຈະກໍາທີ່ຕັ້ງໜ້າ, ມີປະສິດທິຜົນກວ່າອີກ. ມາຮອດທ້າຍປີ 2019, ກອງບັນຊາການຕໍາຫຼວດທະເລໄດ້ລົງນາມລາຍການເຄື່ອນໄຫວກັບ 11 ແຂວງ, ນະຄອນທີ່ມີເສັ້ນທາງແຄມທະເລເພື່ອຜັນຂະຫຍາຍການປະຕິບັດ. ຄາດຄະເນ, ປີ 2020 ຈະສືບຕໍ່ຍູ້ແຮງການລົງນາມກັບ 12 ແຂວງ, ນະຄອນ.

ໂດຍ: ຈາງຫງວຽນ