ທີ່ການເຮັດວຽດ, ສອງຝ່າຍໄດ້ຕີລາຄາກ່ຽວກັບການເຄື່ອນໄຫວຂອງລະບົບດ່ານຊາຍແດນຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ກໍາປູເຈຍ ແລະເຫັນດີເປັນເອກະພາບວ່າ ລະບົບດ່ານຊາຍແດນນັບມື້ນັບພັດທະນາໄດ້ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວເສດຖະກິດ, ການຄ້າ, ການບໍລິການ ແລະການລົງທຶນຂອງບັນດາແຂວງຕິດດັບຊາຍແດນ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ.

leftcenterrightdel
ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ ຕ້ອນຮັບທ່ານ Sok Phal   ລັດຖະມົນຕີກະຊວງພາຍໃນກໍາປູເຈຍ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບປະເພດດ່ານຊາຍແດນ, ບັນຊີລາຍຊື່ບັນດາດ່ານຊາຍແດນທີ່ພວມເຄື່ອນໄຫວຢູ່ເສັ້ນຊາຍແດນ; ເຫັນດີເປັນເອກະສັນຈະພ້ອມກັນຄົ້ນຄວ້າ, ແລກປ່ຽນ, ສະເໜີບັນດາມາດຕະການເພື່ອແນໃສ່ພັດທະນາລະບົບດ່ານຊາຍແດນທາງບົກລະຫວ່າງສອງປະເທດຕາມທິດແທດຈິງ, ມີປະສິດທິຜົນ, ເໝາະສົມກັບການພັດທະນາຕົວຈິງຂອງແຕ່ລະທ້ອງຖິ່ນ, ເຄົາລົບຂໍ້ກຳນົດຂອງກົດໝາຍ ແລະເໝາະສົມກັບແຜນການພັດທະນາລວມຂອງແຕ່ລະປະເທດ.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມໃນເອກະສານລວມຮັບຮູ້ໝາກຜົນທີ່ບັນລຸໄດ້ໃນການແລກປ່ຽນ ແລະເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມຄັ້ງຕໍ່ໄປຂອງກຸ່ມປະຕິບັດງານໃນໄຕມາດ II ປີ 2020.

ໂດຍ: ແສງເດືອນ