ສິນຄ້າບຸນເຕັດຊະນິດຕ່າງໆຂອງກອງທັບ, ທ້ອງຖິ່ນ ແລະບັນດາໝູ່ຄະນະ, ບຸກຄົນ ໄດ້ສົ່ງເຖິງທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ ດ້ວຍຄວາມມຸ່ງມາດປາດຖະໜາຢາກໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນເຕັດຢ່າງສົມບຸນ ແລະເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງທະຫານ ແລະປະຊາຊົນ.

ໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນຂອງຄະນະປະຕິບັດງານກອງພົນນ້ອຍ 146, ທະຫານເຮືອເຂດ 4 ຢູ່ເມືອງເກາະເຈື່ອງຊາ.

leftcenterrightdel
ສິນຄ້າ ແລະຂອງຂວັນກະກຽມສົ່ງເຖິງບັນດາຕາແສງຢູ່ເມືອງເກາະເຈື່ອງຊາ. ພາບ: qdnd.vn.
leftcenterrightdel
ຍ້ອນດິນຟ້າອາກາດທີ່ຮ້າຍແຮງໃນຊຸມວັນທ້າຍປີ, ຄະນະປະຕິບັດງານຕ້ອງຍາດແຍ່ງເວລາທີ່ດິນຟ້າອາກາດອຳນວຍຄວາມສະດວກເພື່ອສົ່ງສິນຄ້າ ແລະຂອງຂວັນເຖິງເກາະຕ່າງໆ. ພາບ: qdnd.vn.
leftcenterrightdel
ທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ ຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
 
leftcenterrightdel
ສິນຄ້າ ແລະຂອງຂວັນບຸນເຕັດໄດ້ສົ່ງຂຶ້ນເກາະຢ່າງວ່ອງໄວ. ພາບ: qdnd.vn.
leftcenterrightdel
ວຽກງານສົ່ງສິນຄ້າ ແລະຂອງຂວັນບຸນເຕັດໄດ້ດໍາເນີນຢ່າງຮີບດ່ວນ. ພາບ: qdnd.vn.
leftcenterrightdel
 
leftcenterrightdel
ໃນຈໍານວນສິນຄ້າ ແລະຂອງຂວັນ, ມີສິນຄ້າທີ່ເປັນເອກະລັກສະເພາະບາງປະເພດໂດຍບັນດາທ້ອງຖິ່ນໃນທົ່ວປະເທດມອບໃຫ້ທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ. ພາບ: qdnd.vn.
leftcenterrightdel
ບັນຍາກາດຄຶກໂຄມໜາແໜ້ນຢູ່ທ່າກໍາປັ່ນ. ພາບ: qdnd.vn
leftcenterrightdel
ທະຫານ ແລະປະຊາຊົນໃນເກາະຕ່າງໆຂົນສົ່ງສິນຄ້າ ແລະຂອງຂວັນບຸນເຕັດເຖິງບັນດາກົມກອງດ້ວຍຫຼາຍພາຫະນະທີ່ແຕກຕ່າງກັນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ຫົວໜ້າຄະນະປະຕິບັດງານ ແລະຜູ້ຕາງໜ້າບັນດາໝູ່ຄະນະ, ບຸກຄົນມອບຂອງຂວັນ ແລະສົ່ງຄໍາອວຍພອນປີໃໝ່ປະຈໍາຊາດເຖິງທະຫານ ແລະປະຊາຊົນຢູ່ໃນເກາະ. ພາບ: qdnd.vn.
leftcenterrightdel
ວຽກງານກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດໄດ້ຮັບການຈັດຕັ້ງຢ່າງຮອບຄອບຖີ່ຖ້ວນ ແລະຮີບດ່ວນຢູ່ເກາະຕ່າງໆ. ພາບ: qdnd.vn.
leftcenterrightdel
ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ກອງທັບ ແລະປະຊາຊົນໃນທົ່ວປະເທດ, ບຸນປີໃໝ່ປະຈໍາຊາດ 2020 ໃກ້ຈະມາຮອດທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ. ພາບ: qdnd.vn.

ໂດຍ: ທູຈາງ