ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບຕ້ອນຮັບປີໃໝ່, ການນໍາສອງຝ່າຍໄດ້ແຈ້ງການໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງກວ໋າງນາມ ແລະແຂວງເຊກອງ ກໍ່ຄືການແລກປ່ຽນບັນດາຂໍ້ມູນສໍາຄັນທີ່ກ່ຽວຂ້ອງເຖິງໜ້າທີ່ປົກປັກຮັກສາຊາຍແດນ.

leftcenterrightdel
ທ່ານພັນເອກ ທອງສີ ກຸນຊະນະ ແລະຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເຊກອງ  ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງກວ໋າງນາມ. ພາບ: ຮົ່ງແອັງ.

ໃນໄລຍະຈະມາເຖິງ, ສອງກົມກອງໄດ້ເຫັນດີເປັນເອກະພາບນຳກັນວ່າ ຈະສືບຕໍ່ເພີ່ມທະວີນໍາພາການປະຕິບັດວຽກງານສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ເປັນຢ່າງດີ; ຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວທີ່ກໍ່ຜົນສະທ້ອນເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ...

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ, ທ່ານພັນເອກ ທອງສີ ກຸນຊະນະ ໄດ້ສົ່ງພອນໄຊອັນປະເສີດມາຍັງການນໍາ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ; ພ້ອມທັງຢັ້ງຢືນເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການຮັດແໜ້ນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໄດ້ຢ່າງມີໄຊ.

ໂດຍ: ເຈິ່ນຮວ່ຽນ