ໄປຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບ ແລະປະຊາຊົນທີ່ດໍາລົງຊີວິດ ແລະເຮັດວຽກຢູ່ໝູ່ເກາະທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດແມ່ນມູນເຊື້ອອັນດີງາມ ເຊິ່ງເຫຼົ່າທັບເຮືອໄດ້ຈັດຕັ້ງໃນແຕ່ລະປີເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ.

leftcenterrightdel
ຜູ້ຕາງໜ້າທະຫານເຮືອເຂດ 5 ຮັບຂອງຂວັນຂອງບັນດາແຂວງ, ນະຄອນທາງພາກໃຕ້ມອບໃຫ້ກົມກອງ. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າບັນດາແຂວງ, ນະຄອນທາງພາກໃຕ້ມອບຂອງຂວັນ, ລະດົມກໍາລັງໃຈບັນດາອົງການ, ກົມກອງທະຫານເຮືອເຂດ 5. ພາບ: qdnd.vn.

ປີນີ້, ໂດຍໄດ້ຮັບການຕົກລົງຈາກກອງບັນຊາການເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຈັດຕັ້ງຄະນະປະຕິບັດງານດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບາງກົມກອງທີ່ຕັ້ງທັບຢູ່ໃນບໍລິເວນ ແລະອໍານາດການປົກຄອງທຸກຂັ້ນຂອງ 9 ແຂວງ, ນະຄອນທາງພາກໃຕ້, ວິສາຫະກິດຂັ້ນສູນກາງ, ຄະນະບໍລິຫານງານຊາວໜຸ່ມກອມມູນິດໂຮ່ຈີມິນ, ນັກຂ່າວຕາງໜ້າບັນດາອົງການສື່ມວນຊົນ, ສະຖານີໂທລະພາບທົ່ວປະເທດ. ໃນການເດີນທາງ, ຄະນະປະຕິບັດງານຈະໄປຢ້ຽມຢາມທະຫານ ແລະປະຊາຊົນຢູ່ໝູ່ເກາະສັງກັດເຂດທະເລທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ, ປະກອບສ່ວນລະດົມກໍາລັງໃຈທະຫານ ແລະປະຊາຊົນຢູ່ໝູ່ເກາະເຫຼົ່ານັ້ນ ໃຫ້ມີຄວາມອຸ່ນອ່ຽນໃຈປະຕິບັດງານ, ດໍາລົງຊີວິດ, ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະໄວ້ໃຫ້ໝັ້ນຄົງ ແລະຕ້ອນຮັບບຸນປີໃໝ່ປະຈໍາຊາດຢ່າງມີຄວາມເບີກບານມ່ວນຊື່ນ, ອົບອຸ່ນ ແລະມີຄວາມຜາສຸກ.

ໂດຍ: ທະນາພອນ