ໃນໄລຜ່ານມາ, ຄະນະກໍາມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ໄດ້ຍູ້ແຮງການໂຄສະນາມຸ່ງໄປເຖິງຊາຍແດນ, ທະເລ, ໝູ່ເກາະຂອງປະເທດຊາດຜ່ານຫຼາຍລາຍການຢ່າງລະອຽດ, ແທດຈິງ. ພາຍຫຼັງກວ່າ 10 ປີແຫ່ງການສ້າງຕັ້ງ, ກອງທຶນ “ເພື່ອທະເລ, ໝູ່ເກາະບ້ານເກີດເມືອງນອນ-ເພື່ອເສັ້ນຊາຍແດນປະເທດຊາດ” ລະດົມການບໍລິຈາກເງິນໄດ້ 334 ຕື້ດົ່ງ (ໃນນັ້ນຂັ້ນນະຄອນລະດົມການບໍລິຈາກເງິນໄດ້ຫຼາຍກວ່າ 142 ຕື້ດົ່ງ) ປະຕິບັດບັນດາກິດຈະກໍາໜູນຊ່ວຍຊາຍແດນ, ທະເລ, ໝູ່ເກາະເປັນຢ່າງດີ.

leftcenterrightdel
ລາຍການສະແດງສິລະປະທີ່ການພົບປະສັງສັນ. ພາບ: qdnd.vn.
leftcenterrightdel
ຜູ້ຕາງໜ້າຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະດີເດັ່ນ. ພາບ: qdnd.vn.

ທີ່ການພົບປະສັງສັນ, ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ມອບໃບຍ້ອງຍໍໃຫ້ 17 ໝູ່ຄະນະ; ຄະນະກໍາມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ 58 ໝູ່ຄະນະ, 60 ບຸກຄົນທີ່ມີຜົນງານດີເດັ່ນ.

ໂດຍ: ທະນາພອນ