“ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ” ມີຊື່ຄາດຄະເນທາງເວັບໄຊແມ່ນ www.vibiendaovietnam.vn ດ້ວຍ 9 ເນື້ອໃນ. ການສ້າງເວັບໄຊແມ່ນເພື່ອແນໃສ່ອັບເດັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດທີ່ກ່ຽວຂ້ອງເຖິງການພັດທະນາຂອງທະເລ, ໝູ່ເກາະ; ພ້ອມທັງຮັບໃຊ້ວຽກງານຊີ້ນໍາ, ບໍລິຫານຂອງຄະນະຊີ້ນໍາກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ,  ແມ່ນເວທີປາໄສເພື່ອພົບປະແລກປ່ຽນ, ໂຄສະນາຂໍ້ມູນຂ່າວສານກ່ຽວກັບຄວາມສາມາດບົ່ມຊ້ອນ, ທີ່ຕັ້ງ, ຄວາມໝາຍຂອງທະເລ, ໝູ່ເກາະຫວຽດນາມ ໃຫ້ປະຊາຊົນທຸກຊັ້ນວັນນະ, ຜ່ານນັ້ນປະກອບສ່ວນຍົກສູງສະຕິ, ຄວາມຮັບຜິດຊອບໃນໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ...

leftcenterrightdel
 ບັນຍາກາດທີ່ການທົດລອງເປີດນຳໃຊ້. ພາບ: qdnd.vn.

ທີ່ພິທີ, ທ່ານພົນຈັດຕະວາ ຟ້າມວັນຮ໊ວນ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າ, ນີ້ແມ່ນການທົດລອງເປີດນຳໃຊ້, ສະນັ້ນຈະສືບຕໍ່ຮັບເອົາຄໍາເຫັນຈາກບັນດາສະຫາຍໃນຄະນະຊີ້ນໍາກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ, ຂອງເພື່ອນຜູ້ອ່ານໃນທົ່ວປະເທດ, ບົນພື້ນຖານນັ້ນຈະປັບປຸງ, ສ້າງໃຫ້ສໍາເລັດເພື່ອປະກອບສ່ວນນໍາເວັບໄຊເຂົ້າໃນການເຄື່ອນໄຫວໃຫ້ນັບມື້ນັບມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນກົດປຸ່ມທົດລອງເປີດນຳໃຊ້ “ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ”. ພາບ: qdnd.vn.

ທ່ານພົນໂທ ເຈິ່ນກວາງເຟືອງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນການຜັນຂະຫຍາຍໄວ ແລະດໍາເນີນການທົດລອງເປີດນຳໃຊ້ເວັບໄຊ. ພ້ອມທັງເນັ້ນໜັກວ່າ, ການເຄື່ອນໄຫວຂອງເວັບໄຊ “ກອງທຶນເພື່ອທະເລ, ໝູ່ເກາະຫວຽດນາມ” ບໍ່ພຽງແຕ່ແນໃສ່ລະດົມບັນດາແຫຼ່ງກໍາລັງດ້ານວັດຖຸເທົ່ານັ້ນ, ຫາກຍັງຕ້ອງມຸ່ງໄປເຖິງວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທຸກຊັ້ນວັນນະສໍາລັບວຽກງານປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ