ຫວຽດນາມ ປະຕິເສດເນື້ອໃນການກ່າວຄໍາເຫັນທັງໝົດທີ່ກ່ຽວຂ້ອງເຖິງຫວຽດນາມ ຂອງໂຄສົກກະຊວງການຕ່າງປະເທດຈີນ ໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕສໍາລັບໝູ່ເກາະເຈື່ອງຊາ. ກ່ຽວກັບບັນຫານີ້, ຝ່າຍຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍເທື່ອແລ້ວວ່າ, ຫວຽດນາມ ມີພະຍານຫຼັກຖານ ແລະພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ທີ່ສອດຄ່ອງກັບກົດໝາຍສາກົນ. ຕົວຈິງຂອງປະຫວັດສາດໄດ້ສະແດງໃຫ້ເຫັນສິ່ງດັ່ງກ່າວຢ່າງຈະແຈ້ງແລ້ວ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: nhandan.com.vn.

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນທຸກການຂັດແຍ່ງສາກົນ, ໃນນັ້ນມີການຂັດແຍ່ງກ່ຽວກັບບັນຫາອະທິປະໄຕສໍາລັບໝູ່ເກາະຮວ່າງຊາ, ເຈື່ອງຊາ ຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ກົດບັດສະຫະປະຊາດຊາດ. ຫວຽດນາມ ປາດຖະໜາຢາກຈີນ ພ້ອມກັນມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

ໂດຍ: ໄຊຊະນະ