leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. 

“ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຸ່ມກໍາປັ່ນສໍາຫຼວດທໍລະນີ ໄຮຢາງ 08 ຂອງຈີນ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງທັດສະນະຫຼາຍເທື່ອແລ້ວ. ທຸກການເຄື່ອນໄຫວຢູ່ເຂດທະເລຂອງຫວຽດນາມ ແມ່ນໄດ້ກຳນົດໄວ້ຢູ່ໃນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ວ່າ ຖ້າບໍ່ໄດ້ຮັບອະນຸຍາດຈາກລັດຖະບານຫວຽດນາມ ທຸກການກະທຳກໍລ້ວນແລ້ວແຕ່ເປັນການລະເມີດສິດອຳນາດອະທິປະໄຕ ແລະສິດອຳນາດສານຂອງຫວຽດນາມ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງເຄົາລົບອະທິປະໄຕ, ບັນດາສິດອຳນາດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ແລະບໍ່ມີການລະເມີດຄືແບບນີ້ອີກ”.  

ໂດຍ: ໄຊຊະນະ