ຫວຽດນາມ ເດັດດຽວຄັດຄ້ານເລື່ອງກຸ່ມກ່ຳປັ່ນສຳຫຼວດ ໄຮຢາງ 08 ຂອງຈີນ ສືບຕໍ່ເຄື່ອນໄຫວລະເມີດຢ່າງຮ້າຍແຮງເຖິງອຳນາດອະທິປະໄຕ, ອຳນາດພິພາກສາ ຂອງຫວຽດນາມ ຢູ່ເຂດທະເລຂອງຕົນ, ເຊິ່ງໄດ້ຮັບການກຳນົດເໝາະສົມກັບບັນດາຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ຫວຽດນາມ ກໍ່ຍົກອອກທັດສະນະກ່ຽວກັບບັນດາຜົນສະທ້ອນທີ່ຫຍໍ້ທໍ້ຍ້ອນການເຄື່ອນໄຫວລະເມີດຂອງກຸ່ມກ່ຳປັ່ນ ໄຮຢາງ 08 ເຖິງການພົວພັນມິດຕະພາບລະຫວ່າງ 2 ປະເທດ, ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ກໍ່ຄືຢູ່ພາກພື້ນ. ຍ້ອນເຫດນັ້ນ, ຫວຽດນາມ ຮຽກຮ້ອງຈີນ ຢຸດຕິການລະເມີດຢ່າງຮ້າຍແຮງນັ້ນໂດຍທັນທີ ແລະຖອນກຸ່ມກຳປັ່ນເຫຼົ່ານັ້ນອອກຈາກເຂດທະເລຫວຽດນາມ.

leftcenterrightdel
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການຖະແຫຼງຫວ່າງແລ້ວນີ້ຂອງຝ່າຍຈີນ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວເສດຖະກິດຂອງຫວຽດນາມ ຢູ່ເຂດທະເລຂອງຕົນ, ຫວຽດນາມ ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍແມ່ນທຸກການເຄື່ອນໄຫວເສດຖະກິດທະເລຂອງຫວຽດນາມ, ໃນນັ້ນມີການເຄື່ອນໄຫວນ້ຳມັນອາຍແກັດ ລ້ວນແຕ່ໄດ້ຮັບການຜັນຂະຫຍາຍຢູ່ເຂດເສດຖະກິດຈຳເພາະ ແລະເຂດໄຫຼ່ທະວີບຂອງຫວຽດນາມ ເຊິ່ງໄດ້ຮັບການກຳນົດຈາກເຂດດິນຕໍ່ແຜ່ນຖືກຕາມຂໍ້ກຳນົດຂອງ UNCLOS 1982 ເຊິ່ງທັງຫວຽດນາມ ແລະ ຈີນ ລ້ວນແຕ່ເປັນສະມາຊິກ.

ຫວຽດນາມ ກໍ່ຢັ້ງຢືນຄືນໃໝ່ຫຼັກໝັ້ນຂອງຕົນຕໍ່ກັບບັນຫາອຳນາດອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ, ເຈື່ອງຊາ.

ໂດຍ: ສົມເພັດ