ເມື່ອໄປຮອດເທດສະບານເມືອງຕິ້ງບຽນ, ເມືອງຕິ້ງບຽນ (ແຂວງອານຢາງ), ພວກຂ້າພະເຈົ້າໄດ້ເຫັນປະຈັກຕາຄວາມຄຶກຄື້ນຂອງການເຄື່ອນໄຫວຄ້າຂາຍ, ການທໍາມາຫາກິນຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້. ຕາມທ່ານ ເຢືອງວັນຮວ່າ, ປະທານຄະນະກໍາມະການປະຊາຊົນເທດສະບານເມືອງຕິ້ງບຽນ ແລ້ວ: ນັບແຕ່ເມື່ອຈັດຕັ້ງການແຮກສ່ຽວລະຫວ່າງບ້ານຊວນບິ່ງ, ເທດສະບານເມືອງຕິ້ງບຽນ, ເມືອງຕິ້ງບຽນ, ແຂວງອານຢາງ ກັບບ້ານ Tarung, ຕາແສງ Phnum Den, ເມືອງ  Kiri Vong, ແຂວງ Takeo    (ກໍາປູເຈຍ), ການເຄື່ອນໄຫວຢ້ຽມຢາມ, ໄປມາຫາສູ່ລະຫວ່າງປະຊາຊົນຢູ່ສອງຟາກຊາຍແດນໄດ້ມີຄວາມສະດວກຕື່ມອີກ, ສາຍພົວພັນຂອງພີ່ນ້ອງໃນຕະກຸນດຽວ ແລະສາຍຈິດມິດໃຈບ້ານໃກ້ເຮືອນຄຽງຂອງປະຊາຊົນຢູ່ສອງຟາກຊາຍແດນໄດ້ຮັບການປັບປຸງ, ການຄ້າຂາຍ, ແລກປ່ຽນສິນຄ້າມີຄວາມສະດວກກວ່າເກົ່າ, ປະກອບສ່ວນຊຸກຍູ້ເສດຖະກິດທ້ອງຖິ່ນໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ.

leftcenterrightdel
ກໍາລັງປ້ອງກັນຊາຍແດນສອງປະເທດສົມທົບກັນລາດຕະເວນສອງຝ່າຍ. ພາບ: ຈ໋ຽນຄູ.

ໂດຍແມ່ນຜູ້ທີ່ມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ການປ່ຽນແປງໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ຊຸມຊົນທີ່ແຮກສ່ຽວ ສະນັ້ນເມື່ອໄດ້ຖາມກ່ຽວກັບອາລົມຈິດຂອງປະຊາຊົນໃນບ້ານ, ທ່ານ Teang Sareth, ຫົວໜ້າຕາແສງ Phnum Den, ເມືອງ  Kiri Vong, ແຂວງ Takeo ໃຫ້ຮູ້ວ່າ: “ຄອບຄົວໃດມີເລື່ອງເບີກບານມ່ວນຊື່ນ ຫຼືເລື່ອງໂສກເສົ້າເຫງົາໃຈ ເຊິ່ງທຸກຄົນກໍ່ລ້ວນແຕ່ໄດ້ໄປຢ້ຽມຢາມຖາມຂ່າວ, ຊ່ວຍເຫຼືອ; ພໍ່ແມ່ປະຊາຊົນໜູນຊ່ວຍກັນປະຕິບັດບັນດາຮູບແບບພັດທະນາເສດຖະກິດຄອບຄົວ, ດູແລສຸຂະພາບ, ຮັບປະກັນຊີວິດການເປັນຢູ່. ພະນັກງານ, ນັກຮົບທະຫານຊາຍແດນຫວຽດນາມ ກໍ່ໜູນຊ່ວຍຢ່າງຕັ້ງໜ້າ, ປີ  2014 ແລະ 2015, ບັນດາພະນັກງານ, ນັກຮົບທະຫານຊາຍແດນຫວຽດນາມ ໄດ້ແນະນໍາວິທີປູກເຂົ້ານາທາມໃຫ້ປະຊາຊົນ ແລະນໍາເອົາແນວພັນເຂົ້າຊະນິດໃໝ່ມາປູກທົດລອງ. ຜ່ານຫຼາຍລະດູ, ມາຮອດປະຈຸບັນພໍ່ແມ່ປະຊາຊົນໄດ້ມີຄວາມຊໍານານໃນການປູກເຂົ້າ.  ພໍ່ແມ່ປະຊາຊົນກໍ່ຮູ້ຈັກການໝູນໃຊ້ວິທະຍາສາດເຕັກນິກເຂົ້າໃນການລ້ຽງສັດ,  ຊີວິດການເປັນຢູ່ຂອງປະຊາຊົນຢູ່ທ້ອງຖິ່ນໄດ້ຮັບການຍົກສູງຂຶ້ນ”.

ບໍ່ພຽງແຕ່ຢູ່ເມືອງຕິ້ງບຽນ ເທົ່ານັ້ນ, ຢູ່ເຂດຊາຍແດນເມືອງອານຝູ (ແຂວງອານຢາງ), ນັບແຕ່ວັນໄດ້ແຮກສ່ຽວລະຫວ່າງຊຸມຊົນຢູ່ສອງຟາກຊາຍແດນຫວຽດນາມ-ກໍາປູເຈຍ, ປະຊາຊົນມີຄວາມດີໃຈຕື່ມອີກ. ພິເສດ, ເມື່ອໂຄງການເຂດບໍລິການ, ສາງພັກສິນຄ້າ, ເດີ່ນກວດກາສິນຄ້າຫ໋າຍທິ້ງຟາດ (ເຂດດ່ານສາກົນແຄ໊ງບິ່ງ, ເມືອງອານຝູ ແລະ Chrey Thom, ເມືອງ Kandal, ແຂວງ Kandal (ກໍາປູເຈຍ) ໄດ້ເປີດນໍາໃຊ້ຢ່າງເປັນທາງການໄລຍະ 1, ການເຄື່ອນໄຫວຄ້າຂາຍ ແລະຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການປ່ຽນແປງຢ່າງຈະແຈ້ງ. ທ່ານ Novpeng Chandara, ຮອງເຈົ້າແຂວງໆ Kandal ໃຫ້ຮູ້ວ່າ: “ນີ້ແມ່ນພະຍານຫຼັກຖານໃຫ້ແກ່ປະສິດທິຜົນການຮ່ວມມືລະຫວ່າງແຂວງອານຢາງ ແລະແຂວງ Kandal. ຜ່ານນັ້ນ, ສ້າງເງື່ອນໄຂຊຸກຍູ້ການແລກປ່ຽນການຄ້າ, ການຮ່ວມມືດ້ານການຄ້າລະຫວ່າງສອງແຂວງ, ປະກອບສ່ວນປະຕິບັດເນື້ອໃນການຮ່ວມມື ເຊິ່ງການນໍາສອງແຂວງໄດ້ລົງນາມ”.

leftcenterrightdel
ພິທີລົງນາມໃນບົດບັນທຶກແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນດ່ານສາກົນຫວິງເຊືອງ (ຫວຽດນາມ) ແລະກອງຮ້ອຍ 3 ທະຫານຊາຍແດນກໍາປູເຈຍ. ພາບ: ຈ໊ຽນຄູ.

ລາຍການແຮກສ່ຽວລະຫວ່າງຊຸມຊົນຢູ່ສອງຟາກຊາຍແດນບໍ່ພຽງແຕ່ຊ່ວຍສ້າງຊີວິດການເປັນຢູ່ໃຫ້ມີຄວາມອີ່ມໜຳສຳລານເທົ່ານັ້ນ ຫາກຍັງປະກອບສ່ວນຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນ. ຕາມທ່ານພັນຕີ ເລຫງອັກຕ໊ວນ, ຮອງຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນລອງບິ່ງ ແລ້ວ,  ແມ່ນຍ້ອນມີການປະຕິບັດວຽກງານສົມທົບກັນລະຫວ່າງສອງຝ່າຍເປັນຢ່າງດີ ສະນັ້ນສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນຍາມໃດກໍ່ໄດ້ຮັບການຮັກສາ ແລະມີສະຖຽນລະພາບ.

ເມື່ອແລກປ່ຽນກ່ຽວກັບບັນຫານີ້, ທ່ານພັນເອກພິເສດ ຫງວຽນເຖື້ອງເຫຼ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງອານຢາງ ໃຫ້ຮູ້ວ່າ: “ສອງຝ່າຍໄດ້ສ້າງສາຍພົວພັນສາມັກຄີ, ມິດຕະພາບ, ຮ່ວມມືຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາ, ຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນ. ເລື່ອງລົງນາມໃນບົດບັນທຶກແຮກສ່ຽວລະຫວ່າງຊຸມຊົນໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ, ຄວາມສາມັກຄີຂອງປະຊາຊົນຢູ່ສອງຟາກຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນ ແລະການຮ່ວມມືຕໍ່ສູຕ້ານ, ສະກັດກັ້ນອາດຊະຍາກໍາຢ່າງມີປະສິດທິຜົນ; ຮັກສາສັນຕິພາບ, ມິດຕະພາບ, ການຮ່ວມມືຮອບດ້ານ ແລະການພັດທະນາແບບຍືນຍົງ”.

ໂດຍ: ທະນາພອນ