leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ເຟືອງລີງ.

“ຄືແຫຼ່ງຂ່າວໃນວັນທີ 16 ສິງຫາ 2019, ໃນຊຸມມື້ຜ່ານມາ, ກຸ່ມກໍາປັ່ນສໍາຫຼວດ Haiyang 8 ຂອງຈີນ ໄດ້ກັບຄືນມາ ແລະສືບຕໍ່ມີການກະທໍາລະເມີດເຂດເສດຖະກິດຈຳເພາະ ແລະໄຫຼ່ທະວີບຂອງຫວຽດນາມ, ເຊິ່ງໄດ້ກໍານົດຕາມຂໍ້ກໍານົດຕ່າງໆຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຫວຽດນາມ ໄດ້ປະຊາສຳພັນກັບຈີນ ກ່ຽວກັບບັນຫານີ້ເປັນຫຼາຍເທື່ອແລ້ວ, ຮຽກຮ້ອງໃຫ້ຈີນ ຢຸດຕິການລະເມີດໃນທັນທີ, ຖອນກໍາປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ, ບໍ່ມີການກະທຳລະເມີດເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ ກໍ່ຄືໃນພາກພື້ນ. ບັນດາກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ສືບຕໍ່ປະຕິບັດປົກປັກຮັກສາອະທິປະໄຕ, ສິດອະທິປະໄຕ ແລະສິດອຳນາດສານຂອງຫວຽດນາມ ສອດຄ່ອງກັບກົດໝາຍສາກົນ ແລະກົດໝາຍຫວຽດນາມ.

ດ້ວຍຄວາມຕັດສິນໃຈປົກປັກຮັກສາບັນດາສິດ ແລະຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງຕົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງໃນພາກພື້ນ ແລະສາກົນ, ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີສອດຄ່ອງກັບກົດໝາຍສາກົນ.

ພວກຂ້າພະເຈົ້າ ສະເໜີໃຫ້ບັນດາປະເທດທີ່ກ່ຽວຂ້ອງ ແລະປະຊາຄົມສາກົນປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງເຂົ້າໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ, ສອດຄ່ອງກັບກົດໝາຍສາກົນ,  ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982”.

ໂດຍ: ເຈິ່ນຮວ່ຽນ