ກ່ອນໜ້ານີ້ 55 ປີ, ວັນທີ 2 ສິງຫາ 1964, ເຖິງວ່າກໍາລັງຍັງອ່ອນນ້ອຍ ແລະອາວຸດຍຸດທະພັນຍັງຫຼ້າຫຼັງກໍ່ຕາມ, ແຕ່ເຫຼົ່າທັບເຮືອໄດ້ຂັບໄລ່ກໍາປັ່ນຂັບໄລ່ມາດົກ (Maddox) ຂອງຈັກກະພັດອາເມລິກາ ທີ່ລະເມີດເຂດນ່ານທະເລທາງພາກເໜືອຂອງຫວຽດນາມ ຢ່າງພິລະອາດຫານ. ຫຼັງຈາກນັ້ນ, ວັນທີ 5 ສິງຫາ, ເຫຼົ່າທັບເຮືອໄດ້ປະສານສົມທົບກັບກໍາລັງປ້ອງກັນອາກາດ ແລະປະຊາຊົນທ້ອງຖິ່ນເຂດແຄມທະເລຈາກແຂວງກວ໋າງນີງ ເຖິງແຂວງກວ໋າງບິ່ງ ໄດ້ມ້າງເພທຳລາຍບັ້ນບຸກໂຈມຕີຂອງຈັກກະພັດອາເມລິກາ, ປົກປັກຮັກສາເຂດນ່ານທະເລ, ນ່ານຟ້າທາງພາກເໜືອ.

ໃນການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ, ເຫຼົ່າທັບເຮືອໄດ້ຕໍ່ສູ້ນັບຫຼາຍຮ້ອຍບັ້ນຮົບ, ບຸກຕີ, ທໍາລາຍ, ຍິງເຮືອບິນສູ້ຮົບ ແລະເຮືອບິນອາເມລິກາ-ຫຸ່ນ ຈົມນ້ຳ ແລະເກີດໄຟໄໝ້ນັບຫຼາຍຮ້ອຍລໍາ, ດັບສູນກໍາລັງແຮງຂອງສັດຕູ, ທໍາລາຍ ແລະປິດລ້ອມທາງທະເລ, ເປີດເສັ້ນທາງໂຮ່ຈີມິນ ຢູ່ທະເລໜູນຊ່ວຍໃຫ້ແກ່ສະໜາມຮົບທາງພາກໃຕ້, ບຸກໂຈມຕີປົດປ່ອຍໝູ່ເກາະເຈື່ອງຊາ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະທີ່ຍິ່ງໃຫຍ່ຂອງປະເທດຊາດ.

leftcenterrightdel
ປະທານໂຮ່ຈີມິນ ຢ້ຽມຢາມຖາມຂ່າວພະນັກງານ, ນັກຮົບກົມກອງທະຫານເຮືອປະຕິບັດໜ້າທີ່ຢູ່ເຂດທະເລຕາເວັນອອກສ່ຽງເໜືອ, ເດືອນມີນາ 1959. ພາບເອກະສານ.

ກໍາລັງແຮງຕໍ່ສູ້ຂອງເຫຼົ່າທັບເຮືອແມ່ນການສັງລວມຂອງຫຼາຍປັດໄຈ ຄື: ມະນຸດ, ອາວຸດຍຸດທະພັນ... ຍ້ອນເຫດນັ້ນ, ໃນສະພາບການທີ່ສັບສົນໃນປະຈຸບັນ, ຍິ່ງຕ້ອງເອົາໃຈໃສ່ກໍ່ສ້າງເຫຼົ່າທັບເຮືອໃຫ້ມີຄວາມໝັ້ນຄົງດ້ານການເມືອງ ເພື່ອເປັນພື້ນຖານຍົກສູງຄຸນນະພາບສັງລວມ ແລະກໍາລັງແຮງຕໍ່ສູ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະໃນສະພາບການໃໝ່.

ກ່ອນອື່ນໝົດ, ເຫຼົ່າທັບເຮືອຈົ່ງສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນການສຶກສາອົບຮົມດ້ານການເມືອງ, ແນວຄິດ, ເພື່ອແນໃສ່ກໍ່ສ້າງທະຫານໃຫ້ມີຄຸນນະທາດອຸ່ນອ່ຽນທຸ່ນທ່ຽງ; ມີຄວາມສັດຊື່ຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ; ມີເຈດຈໍານົງຕັດສິນໃຈຕໍ່ສູ້ຢ່າງສູງ ແລະມີຄວາມເຊື່ອໝັ້ນຕໍ່ໄຊຊະນະ... ຕໍ່ຈາກນັ້ນ, ຄວນເອົາໃຈໃສ່ສຶກສາອົບຮົມຄຸນສົມບັດ, ປະຫວັດສາດ, ມູນເຊື້ອ, ວັດທະນະທຳ, ກົດໝາຍ... ຍ້ອນວ່ານີ້ກໍ່ແມ່ນບັນດາປັດໄຈສໍາຄັນສ້າງເປັນກໍາລັງແຮງການເມືອງດ້ານຈິດໃຈໃຫ້ແກ່ທະຫານແຕ່ລະຄົນ.

ເພື່ອສ້າງເຫຼົ່າທັບເຮືອໃຫ້ມີຄວາມໝັ້ນຄົງດ້ານການເມືອງນັ້ນຕ້ອງປະຕິບັດນະໂຍບາຍຕໍ່ກອງທັບ ແລະແນວຫຼັງກອງທັບເປັນຢ່າງດີ ເພື່ອໃຫ້ທະຫານເຮືອມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່ວຽກງານ, ສະໜິດຕິດພັນກັບເຂດທະເລ, ໝູ່ເກາະ...

ເພື່ອມີກໍາລັງແຮງຕໍ່ສູ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງສູງໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ, ນັບແຕ່ສະໄໝສັນຕິພາບ, ເຫຼົ່າທັບເຮືອຄວນມີກໍາລັງທີ່ແຂງແຮງ, ມີທ່າສະໜາມຮົບທີ່ດີ, ອາວຸດຍຸດທະພັນທັນສະໄໝ. ກໍາລັງແຮງຕໍ່ສູ້ຂອງເຫຼົ່າທັບເຮືອສ່ວນຫຼາຍແມ່ນອີງໃສ່ຄວາມຮູ້ດ້ານເຕັກນິກ, ຍຸດທະວິທີ, ລະດັບຄວາມຮູ້ດ້ານການຈັດຕັ້ງ, ບັນຊາ ແລະສະຕິໃນການປະຕິບັດລະບຽບວິໄນຂອງພະນັກງານ, ນັກຮົບ.

ບົນພື້ນຖານກໍາແໜ້ນທັດສະນະ, ແນວທາງ, ຍຸດທະສາດການທະຫານ, ການປ້ອງກັນຊາດຂອງພັກ, ເຫຼົ່າທັບເຮືອຄວນສືບຕໍ່ຄົ້ນຄວ້າ, ສັງລວມບັນດາບົດຮຽນຕີສັດຕູຢູ່ແມ່ນໍ້າ, ທະເລຂອງປະເທດຊາດ, ບັນດາບັ້ນຮົບ, ບັ້ນຕໍ່ສູ້ ແລະການເຄື່ອນໄຫວຂອງເຫຼົ່າທັບໃນສົງຄາມປົດປ່ອຍກໍ່ຄືໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ, ຈາກນັ້ນປັບປຸງທິດສະດີກ່ຽວກັບຍຸດທະວິທີຂອງບັນດາກໍາລັງ ແລະສິລະປະສູ້ຮົບຂອງທະຫານເຮືອໃຫ້ສົມບູນແບບ.

ໃນສະພາບການປະຕິວັດອຸດສາຫະກໍາ 4.0 ພວມສົ່ງຜົນກະທົບເຖິງຂົງເຂດການທະຫານຢ່າງແຮງນັ້ນ, ເຫຼົ່າທັບເຮືອຄວນຍູ້ແຮງການຄົ້ນຄວ້າເປັນເຈົ້າຂອງວິທະຍາສາດ-ເຕັກນິກ, ເຕັກໂນໂລຢີ, ຈຸດສຸມແມ່ນການຄົ້ນຄວ້າເປັນເຈົ້າຂອງອາວຸດຍຸດທະພັນໃໝ່ທີ່ທັນສະໄໝໄປຄຽງຄູ່ກັບການເກັບຮັກສາ ຫັນອາວຸດຍຸດທະພັນເກົ່າເປັນທັນສະໄໝ...

ຕໍ່ການຜັນແປທີ່ສັບສົນຫຼາຍຢ່າງຂອງສະພາບການຢູ່ທະເລ, ເຫຼົ່າທັບເຮືອຕ້ອງກໍາແໜ້ນ, ຄາດຄະເນທຸກໆການກະທໍາໂດຍໄວ ເພື່ອເປັນເຈົ້າການສ້າງແຜນການ, ວິທີການຮັບມືໃຫ້ມີໄຊ; ຮັກສາບັນດາກໍາລັງຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ ແລະກະກຽມຢ່າງຮອບຄອບຖີ່ຖ້ວນໃນທຸກໆດ້ານ ເພື່ອຮັບປະກັນດ້ານພະລາທິການ, ເຕັກນິກໃຫ້ບັນດາກໍລະນີທີ່ເກີດຂຶ້ນຢູ່ທະເລ. ເມື່ອມີກໍລະນີທີ່ເກີດຂຶ້ນ, ເຫຼົ່າທັບຄວນເປັນເສນາທິການ, ສະເໜີຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບທິດນຳ, ແຜນນະໂຍບາຍຮັບມື, ມາດຕະການແກ້ໄຂພ້ອມທັງຊີ້ນໍາ, ນໍາພາ, ບັນຊາບັນດາກໍາລັງປົກປັກຮັກສາອະທິປະໄຕ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ທະເລຢ່າງຂ້ຽວຂາດ, ຢຶດໝັ້ນ, ຄ່ອງແຄ້ວ.

ເລື່ອງເສີມຂະຫຍາຍມູນເຊື້ອຕີຊະນະບັ້ນຮົບທໍາອິດ, ຍົກສູງກໍາລັງແຮງຕໍ່ສູ້ຂອງເຫຼົ່າທັບເຮືອຄວນດໍາເນີນໄປຢ່າງຄົບຊຸດ. ພ້ອມກັບຄວາມເອົາໃຈໃສ່ຊີ້ນໍາ, ນໍາພາ, ລົງທຶນກໍ່ສ້າງຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ; ຄວາມຮັກແພງ, ອຸປະຖຳຄ້ຳຊູ, ຊ່ວຍເຫຼືອຂອງປະຊາຊົນໃນທົ່ວປະເທດ, ພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ ຈົ່ງສືບຕໍ່ມານະພະຍາຍາມສູ້ຊົນສໍາເລັດທຸກໆໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ ເພື່ອໃຫ້ສົມກັບມູນເຊື້ອ ແລະຈິດໃຈອົງອາດກ້າແກ່ນຂອງໄຊຊະນະບັ້ນຮົບທໍາອິດກ່ອນໜ້ານີ້ 55 ປີ.

ໂດຍ: ທະນາພອນ