leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ ຮອງຜູ້ບັນຊາການທະຫານຊາຍແດນ ຮັບຟັງລາຍງານວຽກງານກະກຽມໃຫ້ລາຍການພົບປະແລກປ່ຽນ. ພາບ: bienphong.com.vn.

ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ  ປີ 2019 ໂດຍກອງບັນຊາການທະຫານຊາຍແດນ ແລະຄະນະກໍາມະການປະຊາຊົນ, ຄະນະພັກແຂວງກວ໋າງຈິ ຊີ້ນໍາຈັດຕັ້ງໃນລະຫວ່າງວັນທີ 29-30 ກໍລະກົດ, ຢູ່ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ ດ້ວຍບັນດາການເຄື່ອນໄຫວຕົ້ນຕໍ, ຄື: ປະເມີນຜົນ 15 ປີແຫ່ງການແຮກສ່ຽວບ້ານ-ບ້ານລະຫວ່າງສອງຟາກຊາຍແດນ, ການລາດຕະເວນຮ່ວມ, ການປູກຕົ້ນໄມ້ມິດຕະພາບ, ການໂອ້ລົມສົນທະນາພົບປະແລກປ່ຽນກ່ຽວກັບວຽກງານປົກປັກຮັກສາຊາຍແດນ.

ເພື່ອໃຫ້ລາຍການດໍາເນີນໄດ້ຮັບຜົນສໍາເລັດຖືກຕ້ອງຕາມຄວາມຮຽກຮ້ອງ, ຈຸດປະສົງ, ຄວາມໝາຍ, ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ບັນດາກໍາລັງກ່ຽວຂ້ອງຜັນຂະຫຍາຍເນື້ອໃນ. ຮອດຕອນບ່າຍວັນທີ 28 ກໍລະກົດ, ວຽກງານກະກຽມທຸກຢ່າງໄດ້ສໍາເລັດ, ກຽມພ້ອມໃຫ້ບັນດາການເຄື່ອນໄຫວຕົ້ນຕໍໃນລາຍການໄດ້ຮັບການດໍາເນີນຕາມແຜນການ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ ຮອງຜູ້ບັນຊາການທະຫານຊາຍແດນ ກວດກາຢູ່ຫໍປະຊຸມຈັດຕັ້ງພິທີປະເມີນຜົນ 15 ປີແຫ່ງການແຮກສ່ຽວບ້ານ-ບ້ານລະຫວ່າງສອງຟາກຊາຍແດນ. ພາບ: bienphong.com.vn.
leftcenterrightdel
ທີມລາດຕະເວນຮ່ວມຂອງຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນລາວບ໋າວ ແລະກອງຮ້ອຍ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ ສືບຕໍ່ຝຶກແອບ. ພາບ: bienphong.com.vn.
leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນລາວບ໋າວ ເຮັດອະນາໄມຢູ່ເສັ້ນທາງຕົ້ນຕໍຂອງເທດສະບານເມືອງລາວບ໋າວ.
leftcenterrightdel
ສືບຕໍ່ປັບປຸງວຽກງານກະກຽມຢູ່ເຂດຕົ້ນຕໍຂອງດ່ານຊາຍແດນ. ພາບ: bienphong.com.vn.

ພາຍຫຼັງການກວດກາຕົວຈິງແລ້ວ, ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ ຕີລາຄາສູງຄວາມມານະພະຍາຍາມຂອງກໍາລັງຕ່າງໆໃນການຜັນຂະຫຍາຍໜ້າທີ່ໄລຍະຜ່ານມາ; ຮຽກຮ້ອງໃຫ້ພະນັກງານ, ນັກຮົບບັນດາກົມກອງສືບຕໍ່ມານະພະຍາຍາມສໍາເລັດບັນດາວຽກງານກະກຽມສຸດທ້າຍກ່ອນທີ່ຈະດໍາເນີນບັນດາເຫດການຕົ້ນຕໍໃນລາຍການ.

ໂດຍ: ເຈິ່ນຮວ່ຽນ