ນີ້ແມ່ນໜຶ່ງໃນບັນດາເນື້ອໃນປະຕິບັດກົດລະບຽບສົມທົບກັນປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ ແລະດັບໄຟໄໝ້ປ່າຕິດກັບຊາຍແດນລະຫວ່າງສອງຝ່າຍ.

ໃນຊຸມປີຜ່ານມາ, ເນື່ອງຈາກວ່າໄດ້ຮັກສາການປະຕິບັດວຽກງານສົມທົບກັນລາດຕະເວນ, ປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ, ສະນັ້ນເນື້ອທີ່ປ່າໄມ້ຂອງບັນດາຝ່າຍຄຸ້ມຄອງຍາມໃດກໍ່ໄດ້ຮັບການປົກປັກຮັກສາເປັນຢ່າງດີ, ການປ້ອງກັນຄວາມສະຫງົບຂອງປ່າໄມ້ຢູ່ເຂດຊາຍແດນສອງປະເທດເປັນປົກກະຕິ, ບໍ່ມີສະພາບການຂຸດຄົ້ນຜິດກົດໝາຍ, ບໍ່ມີການບຸກລຸກ, ຕັດໄມ້ທໍາລາຍປ່າຜິດກົດໝາຍ, ບໍ່ມີໄຟໄໝ້ປ່າ, ວຽກງານການຄຸ້ມຄອງຜະລິດຕະພັນເຄື່ອງປ່າຂອງດົງຂອງທັງສອງຝ່າຍໄດ້ປະຕິບັດເປັນຢ່າງດີ.

leftcenterrightdel
ກໍາລັງສອງຝ່າຍສົມທົບກັນລາດຕະເວນ, ປົກປັກຮັກສາປ່າໄມ້. ພາບ: ຢຸຍຮຸ່ງ.

ໄປຄຽງຄູ່ກັບການລາດຕະເວນຮ່ວມ, ບັນດາກໍາລັງໄດ້ສົມທົບກັນປົກປັກຮັກສາປ່າໄມ້ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ ແລະແລກປ່ຽນຂໍ້ມູນໃນວຽກງານປົກປັກຮັກສາປ່າໄມ້, ປ້ອງກັນໄຟໄໝ້ປ່າ ແລະດັບໄຟໄໝ້ປ່າ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນບາງເນື້ອໃນ, ຄື: ຈັດຕັ້ງການປະຕິບັດວຽກງານການປ້ອງກັນ ແລະພັດທະນາປ່າໄມ້ ແນໃສ່ປົກປັກຮັກສາສະພາບແວດລ້ອມຊີວະພາບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼີກລ່ຽງໄພພິບັດທໍາມະຊາດ; ຮັກສາການປະຕິບັດກົດລະບຽບສົມທົບກັນໃຫ້ເປັນຢ່າງດີ; ຍູ້ແຮງວຽກງານໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດສອງຟາກຊາຍແດນ, ຍົກສູງຄວາມຕື່ນຕົວໃນການປົກປັກຮັກສາປ່າໄມ້.

ໂດຍ: ເຈິ່ນຮວ່ຽນ