“ຄືດັ່ງໄດ້ຢັ້ງຢືນຫຼາຍເທື່ອມາແລ້ວ, ຫວຽດນາມ ມີອະທິປະໄຕ, ອຳນາດອະທິປະໄຕ ແລະສິດຕັດສິນສຳລັບບັນດາເຂດທະເລຢູ່ທະເລຕາເວັນອອກ ທີ່ໄດ້ຮັບການກຳນົດຖືກຕາມຂໍ້ກຳນົດຕ່າງໆຂອງສົນທິສັນຍາສະຫະປະຊາຊາດ (ສປຊ) ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ເຊິ່ງ ຫວຽດນາມ ແລະບັນດາປະເທດຢູ່ທະເລຕາເວັນອອກລ້ວນແຕ່ເປັນສະມາຊິກ. ຍ້ອນເຫດນັ້ນ, ທຸກການກະທຳຂອງຕ່າງປະເທດຢູ່ບັນດາເຂດທະເລຂອງຫວຽດນາມ ຕ້ອງເຄົາລົບຕາມຂ້ໍກຳນົດຕ່າງໆທີ່ກ່ຽວຂ້ອງຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ກໍ່ຄືກົດໝາຍຂອງຫວຽດນາມ. ທຸກການກະທຳຂອງຕ່າງປະເທດຢູ່ເຂດທະເລຂອງຫວຽດນາມ ຖ້າວ່າບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແຕ່ໄຮ້ຄຸນຄ່າ, ລະເມີດເຂດທະເລຂອງຫວຽດນາມ, ລະເມີດກົດໝາຍສາກົນ ແລະສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ເຟືອງລີງ.

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນເດັດດ່ຽວ, ຢຶດໝັ້ນຕໍ່ສູ້ດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຕໍ່ໜ້າທຸກການກະທໍາທີ່ລະເມີດອະທິປະໄຕ, ອຳນາດອະທິປະໄຕ ແລະສິດຕັດສິນຂອງຫວຽດນາມຢູ່ບັນດາເຂດທະເລ ເຊິ່ງໄດ້ຮັບການກຳນົດສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຖືສັນຕິພາບ, ມິດຕະພາບ, ການຮ່ວມມື, ເຈດຕະນາດີ ເປັນສໍາຄັນທີ່ສຸດ ແລະພ້ອມແລ້ວທີ່ຈະແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ.

ບົນພື້ນຖານນັ້ນ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການສັນຕິພາບຢ່າງຄົບຊຸດ ເພື່ອແກ້ໄຂບັນຫາ, ຕໍ່ສູ້ຮຽກຮ້ອງເຄົາລົບເຂດທະເລຂອງຫວຽດນາມ, ບັນດາສິດ ແລະຜົນປະໂຫຍດອັນຊອບທຳຂອງຫວຽດນາມ ຢູ່ເຂດທະເລຂອງຕົນ, ບໍ່ມີການກະທຳໃດທີ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ບັນດາກຳລັງຂອງຫວຽດນາມ ໄດ້ ແລະກຳລັງປະຕິບັດອະທິປະໄຕ, ອຳນາດອະທິປະໄຕ ແລະສິດຕັດສິນໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍເພື່ອແນໃສ່ປົກປັກຮັກສາເຂດທະເລຂອງຫວຽດນາມ.

ໂດຍ: ສົມເພັດ