ເຖິງຢ່າງໃດກໍ່ຕາມ, ຍ້ອນປະຕິບັດວຽກງານສົມທົບກັນກັບບັນດາກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະແຂວງສະຫວັນນະເຂດ (ລາວ)ເປັນຢ່າງດີ, ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງກວາງຈິ ຍາມໃດກໍ່ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ເປັນບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ອໍານາດການປົກຄອງ ແລະປະຊາຊົນເຂດຊາຍແດນ.

ແຂວງກວາງຈິ ຕິດກັບເມືອງເຊໂປນ, ເມືອງນອງ (ແຂວງສະຫວັນນະເຂດ) ແລະເມືອງສະໝ້ວຍ (ແຂວງສາລະວັນ). ເສັ້ນຊາຍແດນມີຄວາມໝັ້ນຄົງໂດຍພື້ນຖານ ແຕ່ຍັງມີຫຼາຍບັນຫາທີ່ສອງຝ່າຍຄວນເອົາໃຈໃສ່ແກ້ໄຂ, ນັ້ນແມ່ນການເຄື່ອນໄຫວມ້າງທໍາລາຍຂອງບັນດາກໍາລັງທີ່ເປັນປໍລະປັກ, ການສວຍໃຊ້ຊົນເຜົ່າເພື່ອຍຸແຫຍ່, ແກ່ດຶງມະຫາຊົນ, ກໍ່ຄວາມຂາດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ...

ເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຕາມເສັ້ນຊາຍແດນໄວ້ໃຫ້ໝັ້ນຄົງ, ນອກຈາກການເສີມຂະຫຍາຍກໍາລັງແຮງພາຍໃນ, ທະຫານຊາຍແດນແຂວງກວາງຈິ ຍັງເອົາໃຈໃສ່ເຖິງວຽກງານສົມທົບກັນກັບກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະແຂວງສະຫວັນນະເຂດ (ລາວ).

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ພົບປະເຈລະຈາກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ແລະແຂວງສະຫວັນນະເຂດ. ພາບ: ຟານເຟືອກຈູງ.

ຕາມນັ້ນແລ້ວ, ທະຫານຊາຍແດນແຂວງກວາງຈິ, ກອງບັນຊາການທະຫານແຂວງສາລະວັນ ແລະແຂວງສະຫວັນນະເຂດ ຈັດຕັ້ງການລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນປະຈໍາ. ສົມທົບກັນໂຄສະນາສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ການອົບພະຍົບເສລີ... ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນສອງຟາກຊາຍແດນ ເພື່ອໂຄສະນາ, ຂົນຂວາຍ, ສຶກສາອົບຮົມປະຊາຊົນປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນຫວຽດນາມ-ລາວ, ບັນດາສັນຍາກ່ຽວກັບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນ.

ຜ່ານບັນດາການພົບປະເຈລະຈາ, ແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ-ກອງຮ້ອຍປ້ອງກັນຊາຍແດນ, ຄ້າຍທະຫານຊາຍແດນ-ຄ້າຍຕໍາຫຼວດດ່ານຊາຍແດນ, ຄ້າຍ-ຄ້າຍ, ສອງຝ່າຍໄດ້ແລກປ່ຽນຫຼາຍຂໍ້ມູນສໍາຄັນຮັບໃຊ້ວຽກງານປົກປັກຮັກສາອະທິປະໄຕ. ກອງບັນຊາການທະຫານຊາຍແດນແຂວງກວາງຈິ ພົບປະເຈລະຈາກັບກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງສາລະວັນ ແລະແຂວງສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະເຈລະຈາປະຈໍາປີກ່ຽວກັບວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ ແລະຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆຢູ່ເຂດຊາຍແດນ.

ຜ່ານການພົບປະເຈລະຈາຕ່າງໆ, ສອງຝ່າຍໄດ້ແລກປ່ຽນສະພາບການ, ວາງອອກບັນດາທິດທາງ, ການເຄື່ອນໄຫວໃນວຽກງານໂຄສະນາ, ສຶກສາອົບຮົມ, ຊ່ວຍເຫຼືອປະຊາຊົນເຂດຊາຍແດນໃນການອອກແຮງງານທໍາການຜະລິດ ກໍ່ຄືປະຕິບັດກົດໝາຍຂອງສອງປະເທດ, ຜ່ານນັ້ນ, ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ກວ່າອີກ. ໃນວຽກງານສົມທົບກັນກວດກາຄວບຄຸມຢູ່ດ່ານຊາຍແດນ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນບົດຮຽນເປັນປະຈໍາ, ຈັດຕັ້ງການກວດກາ, ຄວບຄຸມການເຂົ້າ-ອອກເມືອງຢ່າງມີປະສິດທິຜົນ.

ສອງຝ່າຍກໍ່ເອົາໃຈໃສ່ສົມທົບກັນໃນເລື່ອງສະກັດກັ້ນບັນດາການເຄື່ອນໄຫວລະເມີດກົດໝາຍຊາຍແດນ, ຄືການຂ້າມຊາຍແດນຢ່າງຜິດກົດໝາຍ, ການສໍ້ໂກງດ້ານການຄ້າ...

ກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະແຂວງສະຫວັນນະເຂດ ຍາມໃດກໍ່ຕີລາຄາສູງການໜູນຊ່ວຍຂອງທະຫານຊາຍແດນແຂວງກວາງຈິ ໃນວິວັດການປະຕິບັດໜ້າທີ່ ກໍ່ຄືວັດຖຸເພື່ອຍົກສູງກໍາລັງຄວາມສາມາດໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ສາມາດເຫັນໄດ້ວ່າ, ຜ່ານບັນດາວຽກງານສົມທົບກັນ, ສອງຝ່າຍໄດ້ດໍາເນີນການແລກປ່ຽນບົດຮຽນໃນການແກ້ໄຂບັນດາເປົ້າໝາຍລະເມີດກົດໝາຍ, ຜ່ານນັ້ນສອງຝ່າຍໄດ້ເຂົ້າໃຈກັນກວ່າ,  ສາມັກຄີກວ່າອີກ, ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ພ້ອມກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ເສັ້ນຊາຍແດນເປັນຢ່າງດີ, ການສົມທົບກັນໄດ້ນໍາມາເຊິ່ງປະສິດທິຜົນຢ່າງລະອຽດ, ໂດຍກົງໃນວິວັດການປະຕິບັດໜ້າທີ່ ກໍ່ຄືການຮັກສາ, ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບຫວຽດນາມ-ລາວ ອ້າຍນ້ອງ.

ໂດຍ: ທະນາພອນ