ສອງກໍາລັງໄດ້ຈັດຕັ້ງການລາດຕະເວນຮ່ວມຕາມເສັ້ນຊາຍແດນ ຫວຽດນາມ-ລາວ ກວ່າ 20 ກິໂລແມັດ, ລວມມີ 3 ຫຼັກໝາຍ, ແຕ່ເຂດຫຼັກໝາຍ 512 ຫາຫຼັກໝາຍ 514.

leftcenterrightdel
ການທັກທາຍໄຕ່ຖາມຕາມພິທີສາກົນທີ່ຫຼັກໝາຍ 512. ພາບ: ແທງຢາງ.

ການເຄື່ອນໄຫວນີ້ເພື່ອແນໃສ່ຄົ້ນພົບບັນດາກໍລະນີທີ່ລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈຂອງສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ຕາມເສັ້ນຊາຍແດນສອງແຂວງ.

leftcenterrightdel
ເຮັດອະນາໄມ, ຖາງກ້ຽງຢູ່ຫຼັກໝາຍ 512. ພາບ: ແທງຢາງ.

ໃນການຈັດຕັ້ງລາດຕະເວນ, ກໍາລັງທະຫານຊາຍແດນສອງຝ່າຍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທີ່ກ່ຽວຂ້ອງເຖິງຊາຍແດນສອງຝ່າຍ, ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນລວມ, ຮັກສາເສັ້ນຊາຍແດນ, ຫຼັກໝາຍ, ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ສັນຕິພາບຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານປົກປັກຮັກສາຊາຍແດນ.

leftcenterrightdel
ສອງຝ່າຍຈັດຕັ້ງການຖອດຖອນບົດຮຽນ ແລະລົງນາມໃນບົດບັນທຶກ, ຮັບຮູ້ໝາກຜົນການປົກປັກຮັກສາຊາຍແດນໃນໄລຍະຜ່ານມາ. ພາບ: ແທງຢາງ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ ແລະລົງນາມໃນບົດບັນທຶກ, ຮັບຮູ້ໝາກຜົນການປົກປັກຮັກສາຊາຍແດນໃນໄລຍະຜ່ານມາ, ວາງອອກແຜນນະໂຍບາຍ, ວິທີການແກ້ໄຂ ແລະເຫັນດີເປັນເອກະພາບກັນກ່ຽວກັບເວລາໃຫ້ການລາດຕະເວນສອງຝ່າຍຄັ້ງຕໍ່ໄປ.

ໂດຍ: ເກື່ອງດັ້ງ