ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ, ທະຫານຊາຍແດນແຂວງກວ໋າງຈິ (ຫວຽດນາມ) ແລະກອງຮ້ອຍປ້ອງກັນຊາຍແດນ 321, ກອງບັນຊາການທະຫານແຂວງສະຫວັນນະເຂດ (ລາວ) ພ້ອມກັນປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວກວ່າ 16,4 ກິໂລແມັດ, ນັບແຕ່ຫຼັກໝາຍຊາຍແດນທີ 601 ຮອດຫຼັກໝາຍຊາຍແດນທີ 606.

leftcenterrightdel
ສອງກົມກອງເຄົາລົບຫຼັກໝາຍຊາຍແດນ. ພາບ: bienphong.com.vn.

ທີ່ການລາດຕະເວນ, ສອງກົມກອງໄດ້ຈັດຕັ້ງປະຕິບັດບັນດາພິທີການ, ລະບຽບການທີ່ກໍານົດໃນການລາດຕະເວນສອງຝ່າຍ ຄື: ເຄົາລົບຫຼັກໝາຍຊາຍແດນ, ກວດກາຫຼັກໝາຍຊາຍແດນ...

ໃນໄລຍະຜ່ານມາ, ສອງກົມກອງໄດ້ສົມທົບກັນເປັນປະຈໍາ ແລະມີປະສິດທິຜົນໃນວຽກງານລາດຕະເວນສອງຝ່າຍ, ຜ່ານນັ້ນໄດ້ສະກັດກັ້ນບັນດາການເຄື່ອນໄຫວລະເມີດກົດລະບຽບຊາຍແດນໄດ້ຢ່າງທັນການ, ຕໍ່ສູ້ກັບອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ...

leftcenterrightdel
ຄ້າຍທະຫານຊາຍແດນດ່ານຊາຍແດນສາກົນລາວບ໋າວ ແລະກອງຮ້ອຍປ້ອງກັນຊາຍແດນ 321 ລົງນາມໃນເນື້ອໃນການສົມທົບກັນ. ພາບ: bienphong.com.vn.

ສິ້ນສຸດການລາດຕະເວນ, ຄ້າຍທະຫານຊາຍແດນດ່ານສາກົນລາວບ໋າວ ແລະກອງຮ້ອຍປ້ອງກັນຊາຍແດນ 321 ໄດ້ຈັດຕັ້ງການຖອດຖອນບົດຮຽນ, ລົງນາມໃນເອກະສານໂດຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ