ການກະທໍາດັ່ງກ່າວຂອງບັນດາກໍາປັ່ນຂອງຈີນ ໄດ້ລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ, ລະເມີດກົດໝາຍສາກົນ, ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານເພື່ອຊີ້ນໍາແກ້ໄຂບັນດາບັນຫາບົນທະເລຫວຽດນາມ - ຈີນ, ນາບຂູ່ເຖິງຄວາມປອດໄພ, ຊັບສິນຂອງຊາວປະມົງຫວຽດນາມ ທີ່ກໍາລັງເຄື່ອນໄຫວປົກກະຕິຢູ່ເຂດທະເລນີ້.

leftcenterrightdel
ເຮືອຫາປາຂອງຊາວປະມົງແຂວງກວາງນາມ ຖືກກໍາປັ່ນຂອງຈີນ ປຸ້ນສະດົມປາມຶກ 2 ໂຕນ ເມື່ອຕົ້ນເດືອນ ມິຖຸນາ 2019.  ພາບ: baoquangnam.vn.

ຫວຽດນາມ ຄັດຄ້ານການກະທໍາດັ່ງກ່າວຂອງຝ່າຍຈີນ ຢ່າງເດັດຂາດ, ຮຽກຮ້ອງຈີນ ຕ້ອງໃຊ້ວິທີການຢ່າງເຂັ້ມງວດຕໍ່ບັນດາພາລະກອນ ແລະກໍາປັ່ນຂອງຈີນທີ່ໄດ້ລະເມີດ, ຊົດເຊີຍໃຫ້ແກ່ຊາວປະມົງຫວຽດນາມ ຢ່າງເໝາະສົມ, ຕ້ອງມີຮູບການສຶກສາອົບຮົມບັນດາພາລະກອນຂອງຝ່າຍຈີນ ເພື່ອບໍ່ໃຫ້ເກີດບັນດາກໍລະນີທີ່ຄ້າຍຄືກັນ”.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ຕື່ມອີກວ່າ, ວັນທີ 19 ມິຖຸນາ 2019, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ຕິດຕໍ່ພົວພັນກັບຜູ້ຕາງໜ້າສະຖານທູດຈີນ ປະຈໍາຮ່າໂນ້ຍ,  ເພື່ອຄັດຄ້ານການກະທໍາດັ່ງກ່າວຂອງຝ່າຍຈີນ, ຮຽກຮ້ອງຝ່າຍຈີນ ກວດກາຄືນ, ມີມາດຕະການຊົດເຊີຍໃຫ້ແກ່ຊາວປະມົງຫວຽດນາມຢ່າງເໝາະສົມ, ລົງໂທດຕໍ່ບັນດາພາລະກອນ ແລະກໍາປັ່ນທີ່ລະເມີດຢ່າງເຂັ້ມງວດ.

ໂດຍ: ກວຽດເຕິມ