leftcenterrightdel
ການເຄື່ອນໄຫວລາດຕະເວນສອງຝ່າຍ ນັບມື້ນັບໄດ້ຮັບການປັບປຸງກ່ຽວກັບນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ. ພາບ: ເຟືອງລີງ.

ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຢູ່ເສັ້ນຊາຍແດນຫວຽດນາມ-ລາວ ແຕ່ເຂດຫຼັກໝາຍຊາຍແດນເລກທີ  420  ໄປຮອດຫຼັກໝາຍຊາຍແດນເລກທີ 422, ມີຄວາມຍາວ 15 ກິໂລແມັດ, ຢູ່ໃນລະດັບຄວາມສູງ 2.720 ແມັດ ເມື່ອທຽບໃສ່ລະດັບໜ້ານໍ້າທະເລ. ນີ້ແມ່ນ “ຫຼັງຄາເຮືອນ” ຂອງສາຍພູຫຼວງ (ສູງທີສອງຢູ່ຫວຽດນາມ, ຖັດຈາກຈອມພູ Fansipan ຂອງສາຍຮວ່າງລຽນເຊີນ).

leftcenterrightdel
ກໍາລັງລາດຕະເວນສອງຝ່າຍຂອງຄ້າຍທະຫານຊາຍແດນນາງອຍ, ທະຫານຊາຍແດນແຂວງເງະອານ ກັບກອງຮ້ອຍທະຫານຊາຍແດນ 222, ກອງບັນຊາການທະຫານແຂວງຊຽງຂວາງ (ລາວ) ທີ່ຫຼັກໝາຍຊາຍແດນເລກທີ  420 ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ. ພາບ: ເຟືອງລີງ.

ກອງລາດຕະເວນໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບດິນຟ້າອາກາດແຫ້ງແລ້ງ, ໜາວເຢັນ ແລະພູມີປະເທດທຸລະກັນດານເພື່ອດຳເນີນການກວດກາ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ພ້ອມທັງແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ...  ສອງຝ່າຍໄດ້ປະຕິບັດຖືກຕ້ອງຕາມຫຼັກການ, ພິທີການ, ລະບຽບການເຄື່ອນໄຫວພົວພັນຕ່າງປະເທດ.

ໝາກຜົນການກວດກາສະແດງໃຫ້ເຫັນສັນຍານເສັ້ນຊາຍແດນບໍ່ຖືກເຄື່ອນຍ້າຍ, ຫຼັກໝາຍຊາຍແດນໄດ້ຮັບປະກັນຢູ່ໃນສະພາບເດີມ, ປອດໄພ. ພາຍຫຼັງສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການປະຊຸມເພື່ອຖອດຖອນບົດຮຽນ, ລົງນາມໃນບົດບັນທຶກ ແລະເຫັນດີເປັນເອກະພາບການລາດຕະເວນຄັ້ງຕໍ່ໄປ.

ໂດຍ: ເຈິ່ນຮວ່ຽນ