leftcenterrightdel
ທ່ານພົນຈັດຕະວາ ດິງຈ້ອງງອັກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາຍແດນຫວຽດນາມມອບໃບປະກາສະນີຍະບັດໃຫ້ແກ່ນັກສໍາມະນາກອນການທະຫານລາວ ແລະກໍາປູເຈຍ. ພາບ: bienphong.com.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຫງວຽນບ໊າຮວ່າ ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຊາຍແດນ ຢັ້ງຢືນວ່າ, ຜ່ານ 4 ປີທີ່ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຢູ່ວິທະຍາຄານປ້ອງກັນຊາຍແດນ, ນັກສຳມະນາກອນ 158 ຄົນ ໄດ້ມີບັນດາຄວາມຮູ້ໂດຍພື້ນຖານດ້ານການເມືອງ, ການທະຫານ, ກົດໝາຍ; ວິຊາການວິຊາສະເພາະ… ພ້ອມກັນນັ້ນ, ບັນດານັກສໍາມະນາກອນ ກໍ່ໄດ້ຍົກສູງຄຸນທາດການເມືອງ, ວຽກງານຈັດຕັ້ງບັນຊາ, ຄຸ້ມຄອງກົມກອງເພື່ອແນໃສ່ສ້າງບຸກຄະລິກກະພາບຂອງພະນັກງານບັນຊາຂອງກໍາລັງຕໍາຫຼວດປະຊາຊົນ ແລະກໍາລັງຄຸ້ມຄອງປ້ອງກັນຊາຍແດນຂອງລາວ ແລະກໍາປູເຈຍ ໃຫ້ສົມບູນແບບເທື່ອລະກ້າວ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນທ໊າຍຊິງ ຮອງຫົວໜ້າການເມືອງວິທະຍາຄານປ້ອງກັນຊາຍແດນຫວຽດນາມ ມອບໃບຍ້ອງຍໍໃຫ້ແກ່ບັນດານັກສໍາມະນາກອນທີ່ມີຜົນງານດີເດັ່ນ. ພາບ: bienphong.com.vn.

ສະຫຼຸບຊຸດຮຽນ, ນັກສໍາມະນາກອນ 100% ມີເງື່ອນໄຂຄົບຖ້ວນໃນການຮັບຮອງ ແລະອອກໃບຢັ້ງຢືນ. ສໍາລັບບັນດານັກສໍາມະນາກອນການທະຫານລາວ ແລະກໍາປູເຈຍ ຈະກັບຄືນປະເທດ, ມີຄວາມເຊື່ອໝັ້ນຕົນເອງໃນການຮັບ ແລະປະຕິບັດທຸກໜ້າທີ່ວຽກງານໃໝ່ເປັນຢ່າງດີ. ຂີດໝາຍໃນເວລາຮໍ່າຮຽນ, ປະຕິບັດງານຢູ່ວິທະຍາຄານປ້ອງກັນຊາຍແດນຫວຽດນາມ ນັ້ນແມ່ນຄວາມເອກອ້າງທະນົງໃຈ, ແມ່ນສັນຍາລັກຂອງສາຍພົວພັນສາມັກຄີແບບພິເສດ, ອາລົມຈິດທີ່ສະໜິດຕິດແໜ້ນ, ປະກອບສ່ວນພ້ອມກັບປະຊາຊົນຢູ່ເຂດຊາຍແດນຮ່ວມແຮງຮ່ວມໃຈກັນເພີ່ມພູນຄູນສ້າງ, ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ຈາງຫງວຽນ