ສອງຝ່າຍໄດ້ສົມທົບກັນລາດຕະເວນ, ດໍາເນີນການກວດກາເສັ້ນຊາຍແດນ ແລະຕັດໄມ້ຕຶບໜາຕອນຊາຍແດນຫວຽດນາມ-ລາວ ໃນບໍລິເວນຄຸ້ມຄອງ ຍາວເກືອບ 7 ກິໂລແມັດ ແລະ 4 ຫຼັກໝາຍຊາຍແດນ ຈາກຫຼັກໝາຍທີ 459 ຫາຫຼັກໝາຍທີ 462. ເຖິງວ່າອາກາດແດດຮ້ອນ, ພູມີປະເທດທຸລະກັນດານກໍ່ຕາມ ແຕ່ກໍາລັງສົມທົບໄດ້ປະຕິບັດສໍາເລັດແຜນການລາດຕະເວນ, ຮັບປະກັນຄວາມປອດໄພ.

leftcenterrightdel
ຫົວໜ້າສອງຝ່າຍກວດກາຫຼັກໝາຍຊາຍແດນ. ພາບ: dangcongsan.vn.

ຜ່ານການກວດກາເສັ້ນຊາຍແດນກໍ່ເຫັນວ່າ, ຫຼັກໝາຍຊາຍແດນຮັບປະກັນສະພາບເດີມ, ຖືກຕາມທີ່ຕັ້ງ. ປະຊາຊົນສອງຟາກຊາຍແດນປະຕິບັດບັນດາສັນຍາ, ກົດລະບຽບຄຸ້ມຄອງຊາຍແດນຢ່າງເຂັ້ມງວດ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ. ສິ້ນສຸດການລາດຕະເວນສອງຝ່າຍກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ແລະວາງເນື້ອໃນ, ແຜນການໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ.

ໂດຍ: ທະນາພອນ