ລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຢູ່ແຂວງກວ໋າງຈິ ຈະລວມມີກິດຈະກຳຕ່າງໆ ຄື: ການກວດ ແລະປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ, ການແຂ່ງຂັນກິລາ-ກາຍຍະກໍາ, ການສະແດງສິລະປະມິດຕະພາບ; ພິທີເຄົາລົບຫຼັກໝາຍຊາຍແດນ, ການລາດຕະເວນສອງຝ່າຍ, ປູກຕົ້ນໄມ້ມິດຕະພາບ; ປະເມີນຜົນການແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ, ການໂອ້ລົມສົນທະນາຄຸ້ມຄອງຊາຍແດນ.

ລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຢູ່ແຂວງອານຢາງ ຈະລວມມີກິດຈະກຳຕ່າງໆ ຄື: ການກວດ ແລະປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນແຂວງອານຢາງ, ແຂວງ Takeo ແລະແຂວງ  Kandal (ປະເທດກໍາປູເຈຍ); ພິທີເຄົາລົບຫຼັກໝາຍຊາຍແດນ ແລະການລາດຕະເວນສອງຝ່າຍ; ການຝຶກຊ້ອມປະສົມ; ປູກຕົ້ນໄມ້ມິດຕະພາບ; ກໍ່ສ້າງຫໍວັດທະນະທໍາ,  ການໂອ້ລົມສົນທະນາກ່ຽວກັບວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: bienphong.com.vn.

ສະຫຼຸບການເຮັດວຽກ, ທ່ານພົນຕີ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າຕ້ອງປະຕິບັດສອງລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ດັ່ງກ່າວໃຫ້ເປັນຢ່າງດີ, ແນໃສ່ສ້າງກໍາລັງແຜ່ຂະຫຍາຍໃນກໍາລັງ ແລະປະຊາຊົນ. ຕາມນັ້ນແລ້ວ, ຄວນຍູ້ແຮງຂອບຂະໜາດ ແລະເວລາ, ເຮັດໃຫ້ບັນດາການເຄື່ອນໄຫວຊ່ວຍປະຊາຊົນ ກໍ່ຄືບັນດາການເຄື່ອນໄຫວວັດທະນະທໍາ, ສະແດງສິລະປະ, ການແຂ່ງຂັນກິລາ-ກາຍຍະກໍາ ຢ່າງອຸດົມສົມບູນ, ຟົດຟື້ນກວ່າອີກ.

ຄາດຄະເນວ່າ, ລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ-ກໍາປູເຈຍ ຈະຈັດຕັ້ງໃນທ້າຍເດືອນສິງຫາ 2019 ແລະລາຍການພົບປະແລກປ່ຽນມິດຕະພາບຊາຍແດນຂັ້ນແຂວງ ລະຫວ່າງກອງບັນຊາການທະຫານແຂວງກວ໋າງຈິ (ຫວຽດນາມ) ກັບກອງບັນຊາການທະຫານແຂວງ ແລະກອງບັນຊາການປ້ອງກັນຄວາມສະຫງົບສອງແຂວງສະຫວັນນະເຂດ, ສາລະວັນ (ລາວ) ຈະຈັດຕັ້ງໃນທ້າຍເດືອນກໍລະກົດ 2019.

ໂດຍ: ທູຈາງ