leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ເຟືອງລີງ.

ວັນທີ 23 ພຶດສະພາ, ທີ່ກອງປະຊຸມຂ່າວສະໄໝສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງຈີນ ຈັດຕັ້ງການຊ່ວງເຮືອສະເພົາຢູ່ເຂດເກາະຢຸຍມົ້ງ ຂຶ້ນກັບໝູ່ເກາະຮວ່າງຊາຂອງຫວຽດນາມ ໃນລະຫວ່າງວັນທີ 22-26 ເມສາ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະພະຍານຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອໍານາດອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ຕາມຂໍ້ກໍານົດຂອງກົດໝາຍສາກົນ.

ເລື່ອງຈີນ ສືບຕໍ່ຈັດຕັ້ງການຊ່ວງເຮືອສະເພົາຢູ່ເຂດໝູ່ເກາະຮວ່າງຊາຂອງຫວຽດນາມ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະດັ່ງກ່າວຢ່າງຮ້າຍແຮງ; ຝືນກັບຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານຊີ້ນໍາການແກ້ໄຂບັນຫາທະເລລະຫວ່າງຫວຽດນາມ ແລະຈີນ, ເນື້ອໃນຈິດໃຈຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ກໍ່ສະພາບການສັບສົນ ແລະບໍ່ມີປະໂຫຍດໃຫ້ແກ່ເລື່ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ທະເລຕາເວັນອອກ.

ຫວຽດນາມ ສະເໜີຝ່າຍຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ບໍ່ໄດ້ດໍາເນີນບັນດາການເຄື່ອນໄຫວທີ່ຄ້າຍຄືກັນຄືນໃໝ່, ບໍ່ມີການເຄື່ອນໄຫວກໍ່ຄວາມເຄັ່ງຕຶງຂຶ້ນຕື່ມ, ເຮັດໃຫ້ສະພາບການຢູ່ພາກພື້ນສັບສົນ.

ໂດຍ: ເຈິ່ນຮວ່ຽນ