ພາຍຫຼັງກວ່າ 5 ປີແຫ່ງການເຄື່ອນໄຫວ, ກໍາລັງທະຫານລາດຂອງຕາແສງໄດ້ເສີມຂະຫຍາຍບົດບາດເປັນແກ່ນສານໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ປະຕິບັດໜ້າທີ່ການທະຫານ-ການປ້ອງກັນຊາດຂອງທ້ອງຖິ່ນ.

ທ່ານ ຮ່າວັນຮວ່ານ ປະທານຄະນະກໍາມະການປະຊາຊົນຕາແສງແຕນຕັ່ນ, ເມືອງເມື່ອງລາດ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ຊີ້ນຳວຽກງານສ້າງກໍາລັງຢ່າງແໜ້ນແຟ້ນ, ຈັດຕັ້ງການຄັດເລືອກບັນດາຊາວໜຸ່ມທີ່ມີຄຸນທາດ, ຄຸນສົມບັດ, ສຸຂະພາບ, ອາຍຸ້ຕາມຂໍ້ກໍານົດ, ມີຄວາມສາມາດສໍາເລັດພາລະໜ້າທີ່ເປັນຢ່າງດີເພື່ອຮັບບັນຈຸເຂົ້າໝູ່ທະຫານລາດຂອງຕາແສງ”.

leftcenterrightdel
ການສົມທົບກັບທະຫານຊາຍແດນປະຕິບັດພິທີເຄົາລົບຫຼັກໝາຍຊາຍແດນ. ພາບ: qdnd.vn.

ໝູ່ທະຫານລາດຂອງຕາແສງແຕນຕັ່ນ ແມ່ນກໍາລັງເຄື່ອນໄຫວຢູ່ກັບທີ່, ຕິດພັນກັບບໍລິເວນ, ມີຄວາມຮູ້ດີກ່ຽວກັບພູມີປະເທດ, ກໍາແໜ້ນປະເພນີຂອງປະຊາຊົນສອງປະເທດ ຫວຽດນາມ-ລາວ, ຍ້ອນແນວນັ້ນພະນັກງານ, ນັກຮົບຂອງກົມກອງໄດ້ກໍາແໜ້ນທຸກໆສະພາບການຢູ່ບັນດາໝູ່ບ້ານໃນເຂດຫ່າງໄກສອກຫຼີກຢ່າງວ່ອງໄວ, ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນເພື່ອແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງທັນການ.

ເມື່ອແລກປ່ຽນກັບພວກຂ້າພະເຈົ້າ, ທ່ານ ວີວັນຕຽນ ຫົວໜ້າໝູ່ທະຫານລາດຂອງຕາແສງແຕນຕັ່ນ ໃຫ້ຮູ້ວ່າ: “ໃນວິວັດການຝຶກອົບຮົມ, ອົງການການທະຫານທຸກຂັ້ນໄດ້ຕັ້ງໜ້າຊີ້ນໍາການປ່ຽນແປງໃໝ່ເນື້ອໃນ, ວິທີການຝຶກແອບ, ສົມທົບການຝຶກແອບດ້ານການທະຫານ ກັບການສຶກສາດ້ານການເມືອງ, ເພີ່ມທະວີການກວດກາຕີລາຄາ. ໃນນັ້ນ, ລົງເລິກເຂົ້າໃນການຝຶກແອບບັນດາເນື້ອໃນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນບໍລິເວນ, ພ້ອມທັງເພີ່ມທະວີການຝຶກຝົນຫຼໍ່ຫຼອມກໍາລັງກາຍ, ຈັດຕັ້ງໃຫ້ພະນັກງານ, ນັກຮົບຝຶກແອບບັນດາກໍລະນີຕົວຈິງເພື່ອຝຶກຝົນຫຼໍ່ຫຼອມມາດຕະການ, ວິທີການແກ້ໄຂ…

leftcenterrightdel
ເຂົ້າຮ່ວມການລາດຕະເວນຊາຍແດນ ພ້ອມກັບຄ້າຍທະຫານຊາຍແດນແຕນຕັ່ນ. ພາບ: qdnd.vn.

ໃນຊຸມປີຜ່ານມາ, ໝູ່ທະຫານລາດໄດ້ເຄື່ອນໄຫວເປັນເອກະລາດ ຫຼືສົມທົບກັບກໍາລັງຂອງຄ້າຍທະຫານຊາຍແດນແຕນຕັ່ນ, ຕໍາຫຼວດທ້ອງຖິ່ນຈັດຕັ້ງການລາດຕະເວນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ລາດຕະເວນປົກປັກຮັກສາປ່າກວ່າ 260 ຄັ້ງ, ໜູນຊ່ວຍການຈັບຕົວ ແລະແກ້ໄຂນັບສິບຄະດີ ຄື: ຂີ້ລັກ, ຄ້າເຖື່ອນ; ຊື້ຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ …

ທ່ານພັນໂທ ເລແທງຫາຍ ຫົວໜ້າການເມືອງກອງບັນຊາການທະຫານເມືອງເມື່ອງລາດ, ແຂວງແທງຮວ໊າ ຢັ້ງຢືນວ່າ: ຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກໍາລັງທະຫານລາດຕາແສງແຕນຕັ່ນ ໄດ້ປະກອບສ່ວນໃນການສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ, ປັບປຸງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ, ປະກອບສ່ວນຮັກສາສະຖຽນລະພາບເຂດຊາຍແດນໄວ້ຢ່າງໝັ້ນຄົງ, ຮັບປະກັນໃຫ້ປະຊາຊົນຢູ່ເຂດຊາຍແດນມີຄວາມອຸ່ນອ່ຽນໃຈພັດທະນາເສດຖະກິດ, ສັງຄົມ, ຍົກສູງຊີວິດການເປັນຢູ່, ສ້າງຕາແສງໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ.

ໂດຍ: ຈາງຫງວຽນ