leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ:  bienphong.com.

ກ່າວຄໍາເຫັນທີ່ພິທີເປີດ, ທ່ານພົນຈັດຕະວາ ຈີ້ງຮວ່າງຮຽບ ຮຽກຮ້ອງບັນດານັກສໍາມະນາກອນຄວນເສີມຂະຫຍາຍຈິດໃຈຮັບຜິດຊອບ, ລະບຽບວິໄນຢ່າງສຸດຂີດ ເພື່ອຮັບເອົາຄວາມຮູ້ທີ່ໄດ້ຮັບການປະກອບໃນໄລຍະຝຶກອົບຮົມທີ່ວິທະຍາຄານປ້ອງກັນຊາຍແດນໃຫ້ດີທີຸ່ສຸດ. ຜ່ານນັ້ນ, ໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮັບການຮໍ່າຮຽນເຂົ້າໃນສະພາບວຽກງານຕົວຈິງຢູ່ປະເທດຂອງຕົນຢ່າງມີຫົວຄິດປະດິດສ້າງ.

leftcenterrightdel
ທ່ານພັນໂທ ດວງມະນີ ສີວິໄຊ, ຮອງທີ່ປຶກສາທູດປ້ອງກັນຊາດລາວ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ:  bienphong.com.

ທ່ານພັນໂທ ຄໍາເລັກ ຫຼວງສົມພູ, ຕາງໜ້າໃຫ້ນັກສໍາມະນາກອນຊຸດຝຶກອົບຮົມໄດ້ຝາກຄໍາຂອບອົກຂອບໃຈເຖິງຄະນະການນໍາວິທະຍາຄານປ້ອງກັນຊາຍແດນ, ພ້ອມທັງຊີ້ແຈ້ງຄວາມຕັດສິນໃຈຂອງບັນດານັກສໍາມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ, ນັ້ນແມ່ນປະຕິບັດບັນດາຂໍ້ກໍານົດ, ລະບຽບວິ​ໄນຂອງວິທະຍາຄານຢ່າງເຂັ້ມງວດ, ປະຕິບັດຕາມຫຼັກສູດການຮຽນເປັນຢ່າງດີເພື່ອບັນລຸຜົນງານສູງສຸດ.

ໂດຍ: ທູຈາງ