“ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຕົນສໍາລັບໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ກໍຄືບັນດາສິດອັນຊອບທໍາສໍາລັບບັນດາເຂດທະເລຂອງຫວຽດນາມ ເຊິ່ງໄດ້ກໍານົດຢ່າງສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ຖືວ່າ ບັນດາມາດຕະການອະນຸລັກແຫຼ່ງຊັບພະຍາກອນຊີວະນາໆພັນຄວນໄດ້ຮັບການດໍາເນີນໃຫ້ສອດຄ່ອງກັບບັນດາຂໍ້ກໍານົດຂອງສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະບໍ່ສົ່ງຜົນຮ້າຍເຖິງສິດອະທິປະໄຕ ແລະບັນດາສິດພິພາກສາຢູ່ທະເລຂອງບັນດາປະເທດທີ່ກ່ຽວຂ້ອງ.

ຫວຽດນາມ ຄັດຄ້ານ ແລະເດັດດ່ຽວປະຕິເສດຂໍ້ຕົກລົງພຽງລໍາພັງຝ່າຍດຽວນີ້ຂອງຝ່າຍຈີນ. ກົດລະບຽບນີ້ໄດ້ລ່ວງລະເມີດອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະ ຮວ່າງຊາ, ລະເມີດບັນດາສິດ ແລະຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ບັນດາເຂດທະເລຂອງຕົນ, ລະເມີດກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ໄປຝືນກັບຈິດໃຈ ແລະເນື້ອໃນຂອງຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ລະຫວ່າງ ອາຊຽນ ແລະຈີນ (DOC), ຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາຢູ່ທະເລ ຫວຽດນາມ - ຈີນ”.

ໂດຍ: ໄຊຊະນະ