ສອງຝ່າຍໄດ້ດໍາເນີນການລາດຕະເວນ, ຖາກຖາງເສັ້ນຊາຍແດນຕອນຈາກຫຼັກໝາຍທີ 425 ຮອດຫຼັກໝາຍທີ 426 ດ້ວຍລວງຍາວທັງໝົດ 14,828 ກິໂລແມັດ ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ. ສອງຝ່າຍໄດ້ປະຕິບັດຖືກຕາມຫຼັກການໃນການລາດຕະເວນສອງຝ່າຍ, ແຈ້ງໃຫ້ກັນຮັບຊາບກ່ຽວກັບສັນຍານເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ພົບເຫັນ, ສະກັດກັ້ນ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງກົດລະບຽບຊາຍແດນລະຫວ່າງສອງປະເທດຢ່າງທັນການ, ປົກປັກຮັກສາເສັ້ນຊາຍແດນ ໄວ້ຕາມສະພາບເດີມ.

leftcenterrightdel
ສອງຝ່າຍດໍາເນີນພິທີການທີ່ຫຼັກໝາຍຊາຍແດນ. ພາບ: ຫາຍເຖື້ອງ.

ສິ້ນສຸດການລາດຕະເວນ, ສອງກົມກອງໄດ້ຖອດຖອນບົດຮຽນ, ແລກປ່ຽນສະພາບການທີ່ກ່ຽວຂ້ອງເພື່ອເປັນພື້ນຖານໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ. ການເຄື່ອນໄຫວນີ້ສະແດງໃຫ້ເຫັນຄວາມສາມັກຄີ, ສະໜິດຕິດພັນຂອງສອງກໍາລັງປົກປັກຮັກສາຊາຍແດນ, ປະກອບສ່ວນປົກປັກຮັກສາ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາ.

ໂດຍ: ທູຈາງ