ທ່ານ ຫງວຽນວັນເຟືອງ ໄດ້ຝາກຄໍາອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງປະຊາຊົນລາວບັນດາເຜົ່າ; ພ້ອມທັງຢັ້ງຢືນການສົມທົບກັນຢ່າງມີປະສິດທິຜົນລະຫວ່າງກໍາລັງທະຫານຊາຍແດນສອງປະເທດໃນໄລຍະຜ່ານມາ ກ່ຽວກັບວຽກງານຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ສົມທົບກັນລາດຕະເວນປົກປັກຮັກສາຊາຍແດນ,  ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເຂດຊາຍແດນຖືກຕ້ອງຕາມສັນຍາ, ອະນຸສັນຍາ ເຊິ່ງສອງປະເທດໄດ້ລົງນາມເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນວັນເຟືອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ພ້ອມດ້ວຍຄະນະປະຕິບັດງານ ມອບຂອງຂວັນໃຫ້ຄ້າຍຕໍາຫຼວດດ່ານຊາຍແດນໂກຕ່າຍ (ແຂວງສາລະວັນ, ປະເທດລາວ). ພາບ: ງອັກບີ່ງ.

ບັນດາກົມກອງຂອງປະເທດເພື່ອນມິດ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຄະນະຊີ້ນໍາວຽກງານປ້ອງກັນຊາຍແດນແຂວງເທື່ອທຽນເຫວ້, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະຢືນຢັນວ່າ ຈະຮ່ວມມືກັບບັນດາຄ້າຍທະຫານຊາຍແດນຂອງແຂວງເທື່ອທຽນເຫວ້ຢ່າງແໜ້ນແຟ້ນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານ ຫງວຽນວັນເຟືອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້ ໄປກວດກາຫຼັກໝາຍຊາຍແດນເລກທີ  645 ຢູ່ຮົ່ງເວິນ -ໂກຕ່າຍ. ພາບ: ງອັກບີ່ງ.

ໃນການປະຕິບັດງານຄັ້ງນີ້, ທ່ານ ຫງວຽນວັນເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປກວດກາຫຼັກໝາຍຊາຍແດນເລກທີ 645 ຢູ່ຮົ່ງເວິນ -ໂກຕ່າຍ.

ໂດຍ: ທູຈາງ