ການລາດຕະເວນສອງຝ່າຍຄັ້ງນີ້, ສອງຝ່າຍໄດ້ຈັດຕັ້ງການລາດຕະເວນຢູ່ເສັ້ນຊາຍແດນລວມແຕ່ຫຼັກໝາຍເລກທີ 376 ເຖິງຫຼັກໝາຍເລກທີ 377. ສອງຝ່າຍໄດ້ປະຕິບັດໃຫ້ຖືກຕ້ອງຕາມຫຼັກການ, ພິທີການ, ລະບຽບ​ການໃນການເຄື່ອນໄຫວພົວພັນຕ່າງປະເທດຊາຍແດນ.

leftcenterrightdel
ການເຄື່ອນໄຫວລາດຕະເວນສອງຝ່າຍປະກອບສ່ວນປັບປຸງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ. ພາບ: ຮຸ່ງຟອງ.

ນີ້ແມ່ນການເຄື່ອນໄຫວເປັນປະຈຳ ເພື່ອແນໃສ່ຄົ້ນພົບບັນດາເຫດທີ່ລະເມີດກົດລະບຽບຊາຍແດນ, ແກ້ໄຂບັນດາເຫດທີ່ເກີດຂຶ້ນຢູ່ເສັ້ນຊາຍແດນຢ່າງທັນການ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເສັ້ນຊາຍແດນໃຫ້ເປັນປົກກະຕິ.

ສິ້ນສຸດການລາດຕະເວນຄັ້ງນີ້, ສອງຝ່າຍໄດ້ຈັດຕັ້ງການຖອດຖອນບົດຮຽນ, ລົງນາມໃນບົດບັນທຶກຮັບຮູ້ໝາກຜົນຂອງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນໃນໄລຍະຜ່ານມາ, ວາງອອກແຜນນະໂຍບາຍ, ມາດຕະການ ແລະຕົກລົງກັນກ່ຽວກັບເວລາ, ຈຳນວນພົນໃຫ້ແກ່ການລາດຕະເວນສອງຝ່າຍໃນຄັ້ງຕໍ່ໄປ.

ໂດຍ: ໄຊນີດາ