leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ . ພາບ: vov.vn.

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາອະທິປະໄຕ, ສິດອຳນາດອະທິປະໄຕ ແລະສິດອຳນາດສານຢູ່ທະເລຕາເວັນອອກ ແມ່ນຈະແຈ້ງ, ເໝາະສົມກັບກົດໝາຍສາກົນ ແລະໄດ້ເນັ້ນໜັກເປັນຫຼາຍຄັ້ງແລ້ວ. ດ້ວຍຖານະເປັນປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະແມ່ນປະເທດຢູ່ເຂດແຄມທະເລຕາເວັນອອກ, ຍາມໃດ ຫວຽດນາມ ກໍ່ເຄົາລົບສິດເລລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກຂອງບັນດາປະເທດ, ເໝາະສົມກັບບັນດາຂໍ້ກຳນົດຂອງສາກົນ, ລະອຽດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບັນດາຄຳຮຽກສິດທາງທະເລ ແລະການກະທຳທີ່ກ່ຽວຂ້ອງຂອງບັນດາປະເທດຢູ່ເຂດແຄມທະເລຕ້ອງເໝາະສົມກັບກົດໝາຍສາກົນ ຄືດັ່ງໄດ້ເຕື້ອງເຖິງໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ, ຫວຽດນາມ ສະເໜີໃຫ້ບັນດາປະເທດ ສືບຕໍ່ຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບ ແລະປະຕິບັດບັນດາພັນທະດ້ານນິຕິກຳສາກົນທີ່ກ່ຽວຂ້ອງ, ເຄົາລົບກົດໝາຍຢູ່ບັນດາເຂດທະເລ ແລະມະຫາສະໝຸດ.

ແຫຼ່ງຄັດຈາກ: vovworld.vn