ທ່ານພົນຈັດຕະວາ ຮສຈ, ປອ ຫວູເກືອງກວຽດ ຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ)  ແລະທ່ານ Hugh Jeffrey ຫົວໜ້າກົມນະໂຍບາຍສາກົນ (ກະຊວງປ້ອງກັນປະເທດອົດສະຕາລີ) ເປັນປະທານຮ່ວມກອງປະຊຸມປຶກສາຫາລື.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ:qdnd.vn

ທີ່ກອງປະຊຸມ, ບັນດາຜູ້ແທນຫວຽດນາມ ແລະອົດສະຕາລີ ໄດ້ແລກປ່ຽນ ແລະຕີລາຄາບັນດາບັນຫາປ້ອງກັນຊາດ-ປ້ອງກັນຄວາມສະຫງົບສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ ແລະປຶກສາຫາລືຍຸດທະສາດຂອງສອງຝ່າຍ. ກ່າວຄຳເຫັນທີ່ກອງປະຊຸມປຶກສາຫາລື, ທ່ານພົນຈັດຕະວາ ຮສຈ, ປອ ຫວູເກືອງກວຽດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາອົງການເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ 2 ປະເທດ; ຢືນຢັນວ່າ ນີ້ແມ່ນກົນໄກຮ່ວມມືທີ່ສຳຄັນລະຫວ່າງບັນດາອົງການຄົ້ນຄວ້າຍຸດທະສາດ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ ໃຫ້ສືບຕໍ່ພັດທະນາເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ