leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ ADMM ວົງແຄບ. ພາບ: qdnd.vn

ທີ່ກອງປະຊຸມ, ການນໍາກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງສາກົນ ແລະພາກພື້ນ. ບັນດາຫົວໜ້າຄະນະລ້ວນແຕ່ຢັ້ງຢືນວ່າ ອາຊຽນ ຕ້ອງສາມັກຄີກັນ, ຮັກສາບົດບາດໃຈກາງ ແລະຊັກຈູງໃນບັນດາກົນໄກຮ່ວມມືໃນພາກພື້ນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່ ຢ່າງທັນການ... ບັນດາຫົວໜ້າຄະນະ ກໍ່ແລກປ່ຽນກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງຢູ່ທະເລ, ໃນນັ້ນມີທະເລຕາເວັນອອກ, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຕາເວັນອອກ ຕໍ່ກັບຄວາມໝັ້ນຄົງຢູ່ພາກພື້ນ ແລະໂລກ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຖືວ່າ, ໃນການຜັນຂະຫຍາຍການຮ່ວມມືກັບຄູ່ຮ່ວມມືຕ່າງໆ, ອາຊຽນ ໄດ້ຮັກສາຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີ, ຮັບປະກັນບັນດາກົນໄກໂດຍອາຊຽນ ຊັກຈູງເສີມຂະຫຍາຍປະສິດທິຜົນ, ຮັກສາບົດບາດໃຈກາງ.  ເມື່ອເວົ້າເຖິງຫົວຂໍ້ “ຮ່ວມມືດ້ານປ້ອງກັນຊາດ ເພື່ອຄວາມໝັ້ນຄົງທີ່ກົມກຽວກັນ” ຂອງບັນດາກອງປະຊຸມໃນຂອບເຂດ ADMM, ADMM+ ຢູ່ກໍາປູເຈຍ, ທ່ານພົນເອກ ຟານວັນຢາງ ຖືວ່າ ຄວາມປອງດອງແມ່ນແບບວິທີສໍາຜັດດຸນດ່ຽງ, ຮັບປະກັນຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ ໃນອາຊຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ. ພາບ: qdnd.vn

ບົນພື້ນຖານນັ້ນ, ທ່ານພົນເອກ ຟານວັນຢາງ ແບ່ງປັນ ແລະເນັ້ນໜັກເຖິງ 2 ບັນຫາ. ກ່ອນອື່ນໝົດ, ເລື່ອງຮັກສາ ແລະຮັບປະກັນສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ພາກພື້ນ, ໃນນັ້ນມີເຂດທະເລຕາເວັນອອກ, ແມ່ນຄວາມສົນໃຈ ແລະຜົນປະໂຫຍດລວມຂອງບັນດາປະເທດ. ອາຊຽນ ຄວນຢຶດໝັ້ນ ແລະມີຄວາມສະເໜີຕົ້ນສະເໝີປາຍຕໍ່ຫຼັກໝັ້ນ, ຫຼັກການຂອງອາຊຽນ ໃນບັນຫາທະເລຕາເວັນອອກ, ຊຸກຍູ້ການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ; ແກ້ໄຂບັນຫາບົນຈິດໃຈສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ, ປະຕິບັດຕາມກົດໝາຍສາກົນ. ຄຽງຂ້າງນັ້ນ, ອາຊຽນ ຄວນເຂົ້າເຖິງຢ່າງກົມກຽວໃນການເປີດກວ້າງການພົວພັນຕ່າງປະເທດ ກັບຄູ່ຮ່ວມມືຢູ່ນອກພາກພື້ນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພົບປະສອງຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn

ຕອນເຊົ້າວັນທີ 22 ພະຈິກ, ກ່ອນທີ່ຈະເຂົ້າຮ່ວມ ADMM ວົງແຄບ, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ການນໍາສອງທ່ານ ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະຍົກອອກຂໍ້ສະເໜີກ່ຽວກັບເນື້ອໃນຮ່ວມມື ໃນໄລຍະຈະມາເຖິງ. ໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊີນທ່ານພົນເອກ ຈັນສະໝອນ ຈັນຍາລາດ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022.

ໂດຍ: ທູຈາງ