ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ເຢືອງຮຸຍທົງ ຫົວໜ້າກອງພົນນ້ອຍ 147 ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດສາດ, ມູນເຊື້ອ, ໜ້າທີ່ ແລະຜົນງານດີເດັ່ນຂອງກົມກອງໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ກອງພົນນ້ອຍ 147 ແມ່ນໜຶ່ງໃນບັນດາກຳລັງສຳຄັນຂອງທະຫານເຮືອປະຊາຊົນຫວຽດນາມ, ມີໜ້າທີ່ຝຶກແອບ, ຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຢູ່ເຂດຕາເວັນອອກສ່ຽງເໜືອຂອງປະເທດ; ເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ການຊອກຫາ-ກູ້ໄພກູ້ຊີບ.

leftcenterrightdel
ຜູ້ບັນຊາການກອງພົນນ້ອຍ 147 ແລະສະມາຊິກຄະນະຖ່າຍຮູບເປັນທີ່ລະນຶກ. ພາບ:  qdnd.vn

ຕາງໜ້າຄະນະ, ທ່ານພັນເອກ Prapard Iamolee ຢັ້ງຢືນວ່າ ການຢ້ຽມຢາມແມ່ນມີປະໂຫຍດຫຼາຍສຳລັບສະມາຊິກແຕ່ລະຄົນ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບບັນດາປະເທດ. ພາຍຫຼັງການແລກປ່ຽນດ້ານເນື້ອໃນແລ້ວ, ຄະນະໄດ້ໄປຢ້ຽມຢາມ, ຊົມການສະແດງຜ່ານສິ່ງກີດຂວາງ ແລະສະແດງມວຍຂອງພະນັກງານ, ນັກຮົບກອງພົນນ້ອຍ 147.

ໂດຍ: ເຈິ່ນຮວ່ຽນ