leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນເອກ Hun Manet. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຊຸກຍູ້ການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານກັບກໍາປູເຈຍ ຢ່າງບໍ່ຢຸດຢັ້ງ. ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ.

ໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ກອງທັບສອງປະເທດ ສຸມໃສ່ບາງຂົງເຂດຈຸດສຸມ, ຄື: ສົມທົບກັນຢ່າງມີປະສິດທິຜົນລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດໃນການຮັກສາ ແລະພັດທະນາເສັ້ນຊາຍແດນໃຫ້ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ສ້າງສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດ, ຄວາມໝັ້ນຄົງຂອງປະເທດນີ້ກໍ່ແມ່ນຄວາມໝັ້ນຄົງຂອງປະເທດອື່ນ;  ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງກອງທັບ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Hun Manet ພ້ອມດ້ວຍບັນດາຜູ້ແທນຂອງສອງຝ່າຍ. ພາບ: qdnd.vn

ສ່ວນທ່ານພົນເອກ Hun Manet ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ເພີ່ມທະວີການຜັນຂະຫຍາຍບັນດາແຜນນະໂຍບາຍຮ່ວມມືລະຫວ່າງກອງທັບສອງປະເທດໃຫ້ແທດຈິງກວ່າອີກ. ທ່ານພົນເອກ Hun Manet ສະເໜີອົງການກ່ຽວຂ້ອງສອງປະເທດຄົ້ນຄວ້າ, ສ້າງຂໍ້ຕົກລົງ, ຜັນຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືໃໝ່ໃນໄລຍະຈະມາເຖິງ.

ໂດຍ: ທູຈາງ