leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານນາງ Kanni Wignaraja. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບ ສປຊ, UNDP ແລະບັນດາຄູ່ຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະທາດພິດສີສົ້ມ/ດີໂອຊີນ... ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ໃນໄລຍະຈະມາເຖິງ, UNDP, KOICA ແລະບັນດາອົງການຈັດຕັ້ງສາກົນ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຄວາມມານະພະຍາຍາມນີ້.

ສ່ວນທ່ານນາງ Kanni Wignaraja ກໍ່ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຊີ້ນຳ, ໜູນຊ່ວຍ ແລະສົມທົບກັບ UNDP ເພື່ອປະຕິບັດບັນດາໂຄງການໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ຄື: ໂຄງການຫວຽດນາມ-ສ.ເກົາຫຼີ ຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ (KVMAP) ໄລຍະ 2018-2022 ກໍ່ຄືວິວັດການກະກຽມລະບຽບການອະນຸມັດຜ່ານໂຄງການໝູ່ບ້ານສັນຕິພາບຫວຽດນາມ-ສ.ເກົາຫຼີ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານນາງ Kanni Wignaraja ແລະບັນດາສະມາຊິກໃນຄະນະພາຍຫຼັງສິ້ນສຸດການຕ້ອນຮັບ. ພາບ: qdnd.vn

ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ທ່ານພົນໂທ ຮວ່າງຊວນຈ໊ຽນ ປາດຖະໜາວ່າ UNDP ປະຈໍາ ຫວຽດນາມ ຈະໜູນຊ່ວຍຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດຫວຽດນາມ ເພື່ອຈັດຕັ້ງກອງປະຊຸມສາກົນ “ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ” ໃນໄຕມາດທີ IV-2022 ໃຫ້ປະສົບຜົນສໍາເລັດ.

ທ່ານນາງ Kanni Wignaraja ຢັ້ງຢືນຄືນໃໝ່ວ່າ UNDP ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດຕ່າງໆ, ລວມມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ  ແລະເພີ່ມທະວີບົດບາດຂອງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ. UNDP ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ແລະກະຊວງປ້ອງກັນປະເທດຫວຽດນາມ ໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ, ການເຄື່ອນໄຫວຮັກສາສັນຕິພາບ ສປຊ ແລະແບ່ງປັນບົດຮຽນທີ່ດີຂອງຫວຽດນາມ ກັບໂລກ.

ໂດຍ: ເຈິ່ນຮວ່ຽນ