leftcenterrightdel
ຄະນະຜູ້ແທນກົມນິຕິກຳ/ກະຊວງປ້ອງກັນປະເທດຫວຽດນາມ ພົບປະເຈລະຈາກັບຄະນະຜູ້ແທນກົມນິຕິກຳ/ກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານພົນຈັດຕະວາ ຮ່ານແມັງຖັງ ເນັ້ນໜັກວ່າ ການຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ຂອງຄະນະຜູ້ແທນກົມນິຕິກຳ/ກະຊວງປ້ອງກັນປະເທດກໍາປູເຈຍ ມີການຄວາມໝາຍສໍາຄັນ, ໄດ້ສະແດງໃຫ້ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງອົງການໄດ້ຮັກສາໄວ້ຢ່າງຕໍ່ເນື່ອງ ແລະຢູ່ໃນທ່າພັດທະນາຢ່າງດີງາມ; ທ່ານສະແດງຄວາມຫວັງວ່າ ສອງອົງການຈະສືບຕໍ່ຍູ້ແຮງການຮ່ວມມື, ຜ່ານນັ້ນປະກອບສ່ວນປັບປຸງການພົວພັນດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ກໍ່ຄືການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານ, ແບບຍືນຍົງ, ຍາວນານລະຫວ່າງຫວຽດນາມ ແລະກໍາປູເຈຍ ເວົ້າລວມ.

ທ່ານພົນເອກ Mam Sophat ໄດ້ເນັ້ນໜັກເຖິງການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງອົງການໃນໄລຍະຜ່ານມາ, ເປັນຕົ້ນແມ່ນແຕ່ເວລາປະຕິບັດບົດບັນທຶກຊ່ວຍຈໍາ ປີ 2017 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນຂົງເຂດກົດໝາຍວ່າດ້ວຍການທະຫານ, ການປ້ອງກັນຊາດ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການສ້າງ, ປັບປຸງລະບົບກົດໝາຍວ່າດ້ວຍການທະຫານ, ການປ້ອງກັນຊາດຂອງສອງປະເທດໃຫ້ສົມບູນ; ແລກປ່ຽນທາງທິດຜັນຂະຫຍາຍຮ່ວມມືຕາມບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ, ໃນນັ້ນມີການຮ່ວມມືແລກປ່ຽນຄະນະຜູ້ແທນ, ຝຶກຮົບຮົມ, ກໍ່ສ້າງພະນັກງານ.

ໂດຍ: ຈາງຫງວຽນ