ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍທ່ານນາງ Amal Salama ໄດ້ຮັບຕໍາແໜ່ງປະຕິບັດໜ້າທີ່ໃໝ່ຢູ່ຫວຽດນາມ; ຫວັງວ່າ ທ່ານນາງເອກອັກຄະລັດຖະທູດ ຈະເອົາໃຈໃສ່, ສະໜັບສະໜູນການຮັກສາ ແລະພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະເອຢິບ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານນາງ Amal Salama ເອກອັກຄະລັດຖະທູດເອຢິບ. ພາບ: ແມ້ງຮຸ່ງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ເອຢິບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຕັ້ງໜ້າຂອງຫວຽດນາມ ຢູ່ ອາຟຣີກາ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍ; ໃນໄລຍະຈະມາເຖິງ, ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ພົບປະເພື່ອຊອກຮູ້ກ່ຽວກັບຄວາມຕ້ອງການ, ຄວາມສາມາດຮ່ວມມືຂອງແຕ່ລະຝ່າຍ; ກໍ່ສ້າງ; ສ້າງກົນໄກແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມໝັ້ນຄົງ-ການເມືອງ, ເສດຖະກິດ-ສັງຄົມ, ຮີດຄອງປະເພນີຢູ່ບັນດາຄະນະປະຕິບັດງານ ຢູ່ອາຟຣີກາ ເພື່ອຊ່ວຍຫວຽດນາມ ມີການກະກຽມດີທີ່ສຸດ ໃຫ້ບັນດາກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ; ແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຫຼັງສົງຄາມ; ອຸດສາຫະກໍາປ້ອງກັນຊາດ...

ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືດ້ານປ້ອງກັນຊາດ ໃນການພົວພັນລະຫວ່າງສອງປະເທດ, ທ່ານນາງເອກອັກຄະລັດຖະທູດ Amal Salama ໃຫ້ຮູ້ວ່າ ຝ່າຍເອຢິບ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນຂົງເຂດນີ້. ທ່ານນາງ Amal Salama ສະເໜີວ່າ ໃນໄລຍະຈະມາເຖິງ ສອງຝ່າຍຈະຊຸກຍູ້ບາງເນື້ອໃນຮ່ວມມື, ຄື: ສົ່ງເສີມການສ້າງຕັ້ງຄະນະກໍາມະການຮ່ວມມືກ່ຽວກັບການປ້ອງກັນຊາດ; ແບ່ງປັນບົດຮຽນ, ແລກປ່ຽນວິຊາສະເພາະກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດ; ການຮ່ວມມືສອນພາສາຫວຽດນາມ ແລະພາສາອາຣັບ ໃຫ້ແກ່ນາຍທະຫານກອງທັບສອງປະເທດ; ການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ...

ໂດຍ: ໄຊຊະນະ