ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນສາຍພົວພັນຄູ່ຮ່ວມມືຍຸດທະ ສາດທີ່ເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ, ຖືນີ້ແມ່ນປະຖົມປັດໄຈ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃຫ້ນັບມື້ນັບເປີດກວ້າງ, ເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແມັ້ງຮຸ່ງ.

ໃນໄລຍະຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19, ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ-ຍີ່ປຸ່ນ ຍັງຮັກສາທ່າພັດທະນາ, ຍາມໃດກໍ່ເສີມຂະຫຍາຍບົດບາດເປັນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ. ການນໍາຂັ້ນສູງກະຊວງປ້ອງກັນປະເທດຂອງສອງປະເທດ ຮັກສາການພົບປະແລະຢ້ຽມຢາມເຊິ່ງກັນ ແລະກັນ; ບັນດາເນື້ອໃນຮ່ວມມືໄດ້ຮັບການຜັນຂະຫຍາຍ, ຊຸກຍູ້ຢ່າງຕັ້ງໜ້າໃຫ້ເໝາະສົມກັບຄວາມມຸ່ງມາດປາດຖະໜາ, ຄວາມຕ້ອງການຂອງສອງຝ່າຍ ແລະບັນລຸໄດ້ໝາກຜົນຕັ້ງໜ້າໃນບາງຂົງເຂດ.

ທີ່ປຶກສາທູດປ້ອງກັນຊາດຂອງຍີ່ປຸ່ນ ສອງທ່ານສະແດງຄວາມຂອບໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ໄດ້ສະຫຼະເວລາຕ້ອນຮັບ, ພ້ອມທັງເນັ້ນໜັກວ່າ ໃນປີຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020, ຍ້ອນພະຍາດໂຄວິດ-19, ສະນັ້ນ, ບາງກິດຈະກໍາເຄື່ອນໄຫວຕ້ອງດຳເນີນແບບທາງໄກ ຫຼືບໍ່ທັນໄດ້ຮັບການຜັນຂະຫຍາຍ ແລະສະແດງຄວາມຫວັງວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະຜັນຂະຫຍາຍຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວດັ່ງກ່າວໃນໄລຍະຈະມາເຖິງ.

ໂດຍ: ທູຈາງ