ການຮ່ວມມືດ້ານປ້ອງກັນຊາດ ແມ່ນເສົາຄໍ້າສຳຄັນຂອງການພົວພັນຫວຽດນາມ-ກໍາປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນວັນເຫງັຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໄປອວຍພອນຢູ່ສະຖານທູດ ແລະຫ້ອງການທູດການທະຫານກໍາປູເຈຍ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022). ຕ້ອນຮັບຄະນະມີທ່ານ Chay Navuth ເອກອັກຄະລັດຖະທູດກຳປູເຈຍ ປະຈຳ ຫວຽດນາມ.
ຕາງໜ້າການນໍາກະຊວງປ້ອງກັນປະເທດ, ການນໍາກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ຫງວຽນວັນເຫງັຍ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານເອກອັກຄະລັດຖະທູດ, ທ່ານທູດການທະຫານ ແລະພະນັກງານ, ພາລະກອນ ສະຖານທູດແຫ່ງລາຊະອານາຈັກກໍາປູເຈຍ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ.
|
|
ທ່ານພົນຕີ ຫງວຽນວັນເຫງັຍ ມອບດອກໄມ້ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ສະຖານທູດ ແລະຫ້ອງການທູດການທະຫານກໍາປູເຈຍ ປະຈໍາ ຫວຽດນາມ. ພາບ: ເຟືອງລີງ. |
ທ່ານພົນຕີ ຫງວຽນວັນເຫງັຍ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ແລະທ່ານທູດການທະຫານ ຈະເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງສອງຝ່າຍຈັດຕັ້ງການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນແທດຈິງເຂົ້າໃນຜົນສໍາເລັດລວມຂອງ “ປີມິດຕະພາບຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ 2022”, ເຮັດໃຫ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກວ່າອີກ; ສົມເປັນເສົາຄໍ້າສໍາຄັນໃນການພົວພັນສອງປະເທດ.
|
|
ທ່ານພົນຕີ ຫງວຽນວັນເຫງັຍ ອວຍພອນທ່ານ Chay Navuth ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ. ພາບ: ເຟືອງລີງ. |
ກ່າວຄຳຂອບໃຈຕໍ່ຄວາມເອົາໃຈໃສ່ຂອງກະຊວງປ້ອງກັນປະເທດ ແລະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ທ່ານ Chay Navuth ຢັ້ງຢືນວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດສອງປະເທດໄດ້ສົມທົບກັນຈັດຕັ້ງເຫດການໃຫຍ່ທີ່ມີຄວາມໝາຍສຳຄັນ, ໃນນັ້ນມີການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ແລະພິທີສະເຫຼີມສະຫຼອງ 45 ປີແຫ່ງ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ຂອງທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍ. ທ່ານ Chay Navuth ປາດຖະໜາວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ໜູນຊ່ວຍກໍາປູເຈຍ ຈັດຕັ້ງກອງປະຊຸມການທະຫານ-ປ້ອງກັນຊາດໃນຂອບເຂດເປັນປະທານອາຊຽນ ປີ 2022 ຢ່າງສຳເລັດຜົນ.
ໂດຍ: ເຈິ່ນຮວ່ຽນ