leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ປະທານ ADMM ໃຫ້ຮູ້ວ່າ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ADMM ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ສວມບົດບາດສໍາຄັນໃນການທາບທາມຄໍາເຫັນ ແລະຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢູ່ລະດັບສູງສຸດໃນພາກພື້ນ.  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ເນັ້ນໜັກເຖິງບົດບາດຂອງບັນດາກົນໄກຮ່ວມມືຫຼາຍຝ່າຍ, ພ້ອມກັບການເຄົາລົບກົດໝາຍສາກົນ, ລະງັບໃຈ, ຊອກຫາມາດຕະການສັນຕິພາບແມ່ນການເລືອກເຟັ້ນຖືກຕ້ອງທີ່ສຸດ ເພື່ອແກ້ໄຂໄພອັນຕະລາຍ.

ກ່າວຄໍາເຫັນທີ່ ADMM-16, ທ່ານພົນເອກ ຟານວັນຢາງ ເນ້ັນໜັກວ່າ  ເລື່ອງຈັດຕັ້ງກອງປະຊຸມ ADMM ປະສົບຜົນສໍາເລັດ ສະແດງໃຫ້ເຫັນຄວາມສາມັກຄີ, ເປັນເອກະພາບໃນອາຊຽນ ແລະເລື່ອງລັດຖະມົນຕີປ້ອງກັນປະເທດອາຊຽນ ຮັບຮອງເອົາຂໍ້ລິເລີ່ມໃໝ່ໃນ ADMM, ຄື: ເອກະສານນິຍາມກ່ຽວກັບເພີ່ມທະວີການຮ່ວມມືລະຫວ່າງກໍາລັງປ້ອງກັນຊາດບັນດາປະເທດອາຊຽນ  ໃນການຄວບຄຸມໂລກລະບາດຂ້າມຊາຍແດນ; ເອກະສານນິຍາມ ກ່ຽວກັບເພີ່ມທະວີກົນໄກໜູນຊ່ວຍພົນທະຫານຍິງອາຊຽນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ; ເອກະສານນິຍາມ ກ່ຽວກັບການສ້າງຕັ້ງການພົວພັນຮ່ວມມືລະຫວ່າງບັນດາວິທະຍາຄານປ້ອງກັນຊາດອາຊຽນ (ADEIC); ມາດຕາເປັນພື້ນຖານສູນຄຸນນະພາບສູງ ADMM ກ່ຽວກັບຄວາມໝັ້ນຄົງທາງອິນເຕີແນັດ ແລະສື່ສານ (ACICE); ວິໄສທັດພະນົມເປັນ ກ່ຽວກັບບົດບາດຂອງອົງການປ້ອງກັນຊາດບັນດາປະເທດອາຊຽນ ໃນການໜູນຊ່ວຍຟື້ນຟູພາຍຫຼັງພະຍາດໂຄວິດ-19 ແມ່ນປະກົດການທີ່ເຫັນໄດ້ຊັດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ທີ່ກອງປະຊຸມ. ພາບ: qdnd.vn

ຄຽງຂ້າງການແລກປ່ຽນກ່ຽວກັບສະພາບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນພາກພື້ນ ແລະສາກົນ, ບັນດາຜູ້ແທນກໍ່ເຫັນດີເປັນເອກພາບເພີ່ມທະວີການຮ່ວມມືແກ້ໄຂສິ່ງທ້າທາຍຕ່າງໆຢູ່ພາກພື້ນ, ຄື:  ການກໍ່ການຮ້າຍ, ໄພທໍາມະຊາດ, ການຊອກຫາກູ້ໄພກູ້ຊີບ, ຄວາມໝັ້ນຄົງທາງອິນເຕີແນັດ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ທະເລ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນ.

ທີ່ກອງປະຊຸມ, ບັນດາຜູ້ແທນ ຢ້ຳຄືນຄວາມສໍາຄັນຂອງການປັບປຸງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ຕີລາຄາສູງຄວາມກ້າວໜ້າຂອງການເຈລະຈາ COC ໃນໄລຍະຜ່ານມາ ແລະຢັ້ງຢືນຄໍາໝັ້ນສັນຍາຂອງຝ່າຍຕ່າງໆ ໃນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ.

ກອງປະຊຸມ ADMM-16 ກໍ່ຮັບຮອງເອົາການເຄື່ອນໄຫວຮ່ວມມືກັບບັນດາປະເທດບວກ ແລະເຕື້ອງເຖິງເນື້ອໃນອື່ນໆ, ຄື: ການກະກຽມໃຫ້ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ (ADMM Retreat) ແລະ ADMM+ ຄັ້ງທີ 9 ເຊິ່ງຈະໄດ້ຈັດຕັ້ງໃນເດືອນພະຈິກ 2022.

ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງ ADMM-16 ກ່ຽວກັບ “ສາມັກຄີເພື່ອຄວາມໝັ້ນຄົງທີ່ກົົມກຽວ”. ຖະແຫຼງການຮ່ວມຂອງ  ADMM-16 ໄດ້ຢັ້ງຢືນຄືນໃໝ່ເລື່ອງປະຕິບັດບັນດາຫຼັກການ ແລະເປົ້າໝາຍພື້ນຖານທີ່ລະບຸໃນກົດບັດອາຊຽນ ແລະສົນທິສັນຍາມິດຕະພາບ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ເພື່ອແນໃສ່ເພີ່ມທະວີບົດບາດໃຈກາງ, ຄວາມສາມັກຄີຂອງອາຊຽນ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ລະບຽບກົດໝາຍທີ່ເໝາະສົມກັບກົດໝາຍສາກົນ ເພື່ອຜົນປະໂຫຍດຂອງປະຊາຊົນ ກໍຄືບົດບາດໃຈກາງຂອງອາຊຽນ ແມ່ນກໍາລັງໜູນຕົ້ນຕໍໃນການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາຄູ່ຮ່ວມມືຢູ່ພາຍນອກ.

ໂດຍ: ທູຈາງ