ທີ່ການພົບປະກັບທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ, ສອງລັດຖະມົນຕີ ຕີລາຄາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງດີງາມ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ພິເສດແມ່ນພາຍຫຼັງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ ໃນເດືອນເມສາ 2022 ຜ່ານມາ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ.

leftcenterrightdel
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ພາບ: qdnd.vn

ບົນພື້ນຖານນັ້ນ, ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອຮັດແໜ້ນຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຜັນຂະຫຍາຍບັນດາເນື້ອໃນການຮ່ວມມືລະອຽດ. ທ່ານລັດຖະມົນຕີ ຟານວັນຢາງ ປາດຖະໜາວ່າ ກະຊວງປ້ອງກັນປະເທດຍີ່ປຸ່ນ ແລະທ່ານ Kishi Nobuo ຈະສືບຕໍ່ແລກປ່ຽນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ສະໜັບສະໜູນເພື່ອໃຫ້ເນື້ອໃນການຮ່ວມມືກ່ຽວກັບການຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ… ໄດ້ຮັບການຜັນຂະຫຍາຍຢ່າງສະດວກ, ບັນລຸໝາກຜົນສູງ.

ທີ່ການພົບປະກັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ, ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະສອງຝ່າຍກັບທ່ານພົນເອກ Tea Banh ພາຍຫຼັງທີ່ສອງປະເທດຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ປະສົບຜົນສໍາເລັດຂອງທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍ.

leftcenterrightdel
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn

ສອງລັດຖະມົນຕີ ຕີລາຄາວ່າ ຜ່ານມາສອງກະຊວງປ້ອງກັນປະເທດ ໄດ້ສົມທົບກັນຈັດຕັ້ງເຫດການໃຫຍ່ທີ່ມີຄວາມໝາຍສຳຄັນ, ໃນນັ້ນມີການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດຄັ້ງທີ 1 ແລະພິທີສະເຫຼີມສະຫຼອງ 45 ປີແຫ່ງ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ” ຂອງທ່ານ Hun Sen ນາຍົກລັດຖະມົນຕີກຳປູເຈຍ. ທ່ານລັດຖະມົນຕີ ຟານວັນຢາງ ໃຫ້ຮູ້ວ່າ ສອງເຫດການສຳຄັນດັ່ງກ່າວໄດ້ຮັບການໂຄສະນາຢ່າງກວ້າງຂວາງຈາກຝ່າຍຫວຽດນາມ ແລະໄດ້ຮັບໝາກຜົນດີຈາກປະຊາຊົນ.

ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສະເໜີໃຫ້ກະຊວງປ້ອງກັນປະເທດສອງປະເທດເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງສອງຝ່າຍຈັດຕັ້ງການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນແທດຈິງເຂົ້າໃນຜົນສໍາເລັດລວມຂອງ “ປີມິດຕະພາບຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ 2022”, ເຮັດໃຫ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກວ່າອີກ; ສົມເປັນເສົາຄໍ້າສໍາຄັນໃນການພົວພັນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ