ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ Richard Donald Marles, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄ້ຳສຳຄັນໃນການພົວພັນລວມລະຫວ່າງສອງປະເທດ. ລັດຖະມົນຕີສອງທ່ານ ຕີລາຄາວ່າ ໃນໄລຍະຜ່ານມາການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ ໄດ້ຜັນຂະຫຍາຍຢ່າງເໝາະສົມກັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ປີ 2010 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2018, ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ປຶກສາຫາລື-ເຈລະຈາ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ທະຫານເຮືອ, ທະຫານອາກາດ, ຕ້ານການກໍ່ການຮ້າຍ...

leftcenterrightdel
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Richard Donald Marles ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ. ພາບ: ງອັກຮ່າ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນສຸມໃສ່ເຂົ້າຂົງເຂດຈຳນວນໜ່ຶງ, ຄື: ການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງ; ເສີມຂະຫຍາຍປະສິດທິຜົນກົນໄກທາບທາມຄຳເຫັນ, ການເຈລະຈາ; ບຳລຸງສ້າງ; ຮັກສາສັນຕິພາບສະຫະປະຊາຊາດ... ທ່ານພົນເອກ ຟານວັນຢາງ ຕີລາຄາສູງປະສິດທິຜົນການຮ່ວມມືກັບອົດສະຕາລີ ໃນການກໍ່ສ້າງພາສາອັງກິດ ແລະຮັກສາສັນຕິພາບສະຫະປະຊາຊາດ.

ສຳລັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ຢັ້ງຢືນເຖິງການເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ແລະດໍາເນີນການທາບທາມຄໍາເຫັນເປັນປະຈໍາ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຄຳສີ