ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ Saikhanbayar Gursed, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານຖືວ່າ ບົນພື້ນຖານບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2013 ແລະຂໍ້ຕົກລົງລະຫວ່າງສອງລັດຖະບານວ່າດ້ວຍການຮ່ວມມືໃນຂົງເຂດການປ້ອງກັນຊາດ (ປີ 2019), ເນື້ອໃນຮ່ວມມືລະຫວ່າງສອງປະເທດໄດ້ນຳມາເຊິ່ງໝາກຜົນແທດຈິງ.

leftcenterrightdel
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ. ພາບ: ງອັກຮ່າ.

ເພື່ອເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນຂອງສອງປະເທດ, ໄປຄຽງຄູ່ກັບການຕັ້ງໜ້າຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມຂອບບົດບັນທຶກຊ່ວຍຈຳ ປີ 2013 ແລະຂໍ້ຕົກລົງປີ 2019 ແລ້ວ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ຜັນຂະຫຍາຍການຮ່ວມມືບັນດາຂົງເຂດວັດທະນະທຳສິລະປະ, ກິລາການທະຫານ, ແລກປ່ຽນບົດຮຽນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ກໍ່ຄືຊອກຫາຄວາມສາມາດຮ່ວມມືໃນຂົງເຂດທີ່ເໝາະສົມກັບຄວາມຕ້ອງການຂອງສອງຝ່າຍ, ຄື: ອຸດສາຫະກຳການປ້ອງກັນຊາດ, ພາລະທິການ...

ໂດຍ: ແສງເດືອນ