leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະສອງຝ່າຍກັບທ່ານ Tsuchimichi Akihiro. ພາບ: qdnd.vn.

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງດີງາມ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ໃນໄລຍະຜ່ານມາ, ເຖິງວ່າຈະໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຍັງໄດ້ຮັບການຮັກສາ ແລະຊຸກຍູ້, ເປັນຕົ້ນແມ່ນໃນຂົງເຂດແລກປ່ຽນຄະນະຜູ້ແທນ, ການແພດທະຫານ, ການບໍາລຸງສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືລະອຽດ, ມີເນື້ອແທ້, ສຸມໃສ່ເຂົ້າບັນດາຂົງເຂດແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຜ່ານບັນດາໂຄງການຮ່ວມມືທີ່ນໍາໃຊ້ທຶນກູ້ຢືມ ODA ແລະບ້ວງຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ; ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ; ສືບຕໍ່ປຶກສາຫາລື ແລະສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດບົດບາດເປັນປະທານຮ່ວມຂອງກຸ່ມຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບໄລຍະ 2021-2023.

ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນ ເປີດກວ້າງ (ADSOM+) ຈະໄຂຂຶ້ນໃນວັນທີ 18 ພຶດສະພາ.

ໂດຍ: ເຈິ່ນຮວ່ຽນ