ທ່ານພົນຕີ ເລດຶກຖາຍ ຜູ້ບັນຊາການທະຫານຊາຍແດນຫວຽດນາມ ແລະທ່ານພົນເອກ Hun Manet ຮອງຜູ້ບັນຊາການທະຫານສູງສຸດກອງທັບລາດຊະວົງກຳປູເຈຍ, ຜູ້ບັນຊາການທະຫານບົກ ກອງທັບລາດຊະວົງກຳປູເຈຍ ເປັນປະທານຮ່ວມການພົບປະເຈລະຈາ.

leftcenterrightdel
ທ່ານພົນຕີ ເລດຶກຖາຍ ແລະທ່ານພົນເອກ Hun Manet ເປັນປະທານຮ່ວມການພົບປະເຈລະຈາ. ພາບ: ດັງໄບ.

ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານພົນຕີ ເລດຶກຖາຍ ແລະທ່ານພົນເອກ Hun Manet ເຫັນດີ ຕີລາຄາວ່າ ໃນໄລຍະຜ່ານມາ, ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນກໍ່ຕາມ ແຕ່ສອງຝ່າຍຍັງປະຕິບັດວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ຮັກສາຄວາມໝັ້ນຄົງຊາຍແດນ, ຄວາມເປັນລະບຽບຮຽບຮ້ອຍຂອງສອງຝ່າຍຢູ່ເຂດຊາຍແດນຢ່າງມີປະສິດທິຜົນ; ຕັ້ງໜ້າກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ກໍາປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ພິເສດ, ໃນວັນທີ 3 ກຸມພາ 2021, ສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຊາຍແດນ, ເຊິ່ງເປັນຂີດໝາຍແຫ່ງບາດກ້າວພັດທະນາຂຶ້ນສູ່ລະດັບສູງໃໝ່ໃນການພົວພັນຮ່ວມມືລະຫວ່າງສອງຝ່າຍ.

ເພື່ອໃຫ້ວຽກງານສົມທົບລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງປະເທດ ນັບມື້ນັບຕິດພັນ ແລະມີປະສິດທິຜົນ, ສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການສົມທົບບາງເນື້ອໃນຈຸດສຸມໃນໄລຍະຈະມາເຖິງຢ່າງແໜ້ນແຟ້ນ. ການນໍາສອງຝ່າຍເຫັນດີເປັນເອກະພາບວ່າຈະຊີ້ນໍາບັນດາກົມກອງຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ເພື່ອເພີ່ມທະວີນໍ້າໃຈສາມັກຄີ, ສະໜິດຕິດພັນກັນພາຍຫຼັງຖືກຂາດຕິດຂາດຕອນ. ພ້ອມທັງ, ສ້າງເງື່ອນໄຂໃຫ້ປະຊາຊົນສອງຟາກຊາຍແດນໄປມາກວດ, ປິ່ນປົວພະຍາດ, ຢ້ຽມຢາມຍາດຕິພີ່ນ້ອງ, ຊື້ຂາຍ, ແລກປ່ຽນສິນຄ້າທີ່ຈໍາເປັນ; ຕັ້ງໜ້າເປັນເສນາທິການໃຫ້ອໍານາດການປົກຄອງທ້ອງຖິ່ນໃນການຊຸກຍູ້ການພົວພັນພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ...

ໂດຍ: ຈາງຫງວຽນ