ໃນບັນຍາກາດເຄັ່ງຂຶມ ແລະເບີກບານມ່ວນຊື່ນຕົ້ນປີໃໝ່, ໝູ່ຄະນະພະນັກງານ, ພາລະກອນໂຮງໝໍສະໜາມຂັ້ນ 2 ເລກ 3 ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດທຳອິດຂອງປີ 2022, ພ້ອມກັນມຸ່ງຫາປະເທດຊາດໃນຄວາມຕື້ນຕັນໃຈ ແລະເອກອ້າງທະນົງໃຈ. ເຂົ້າຮ່ວມພິທີມີທ່ານພັນໂທ ຟ້າມເຕີນຟອງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຜູ້ບັນຊາການກຳລັງຮັກສາສັນຕິພາບຫວຽດນາມ ຢູ່ຊູດັງໃຕ້.

ກ່າວຄຳເຫັນທີ່ພິທີ, ຜູ້ບັນຊາການກຳລັງຮັກສາສັນຕິພາບຫວຽດນາມຢູ່ ຊູດັງໃຕ້ ໄດ້ກ່າວຄຳຢ້ຽມຢາມຖາມຂ່າວ ແລະອວຍພອນປິໃໝ່ 2022 ຂອງຄະນະພັກ, ການນຳກົມເຖິງພະນັກງານ, ພາລະກອນໂຮງໝໍສະໜາມໝົດທຸກຄົນ. ທ່ານພັນໂທ ຟ້າມເຕີນຟອງ ຕີລາຄາສູງບັນດາຜົນງານພົ້ນເດັ່ນຂອງກົມກອງໃນວຽກງານວິຊາສະເພາະ, ການທູດ, ການສື່ສານ... ປະກອບສ່ວນສ້າງຄວາມປະທັບໃຈທີ່ດີໃຫ້ເພື່ອນມິດສາກົນ ກໍ່ຄືຊາວທ້ອງຖິ່ນກ່ຽວກັບຮູບພາບອັນດີງາມຂອງກອງທັບປະຊາຊົນຫວຽດນາມ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ແມ່ນປະກອບສ່ວນໃຫ້ສັນຕິພາບຂອງໂລກ.

leftcenterrightdel
ພັນໂທ ຟ້າມເຕີນຟອງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ຜູ້ບັນຊາການກຳລັງຮັກສາສັນຕິພາບຫວຽດນາມ ຢູ່ ຊູດັງໃຕ້. ພາບ: ຕ໊ຽນຟຸກ-ຫງວຽນດາມ.
leftcenterrightdel
ພິທີເຄົາລົບທຸງຊາດໄດ້ຈັດຂຶ້ນຢ່າງສົມກຽດໃນຮຸ່ງເຊົ້າຢູ່ Bentiu, ຊູດັງໃຕ້. ພາບ: ຕ໊ຽນຟຸກ-ຫງວຽນດາມ.
leftcenterrightdel
ຄວາມຕື້ນຕັນໃຈພ້ອມກັນມຸ່ງຫາປະເທດຫວຽດນາມ. ພາບ: ຕ໊ຽນຟຸກ-ຫງວຽນດາມ.
leftcenterrightdel
ສະຫາຍ ຟ້າມເຕີນຟອງ ມອບຂອງຂວັນພ້ອມກັບນາມມະຍົດອັນສູງສົ່ງຂອງການນຳຄະນະປະຕິບັດງານເພື່ອຮັບຮູ້ການປະກອບສ່ວນຂອງໝູ່ຄະນະ, ບຸກຄົນດີເດັ່ນຂອງໂຮງໝໍສະໜາມ ຂັ້ນ 2 ເລກ 3 ໃນການປະຕິບັດໜ້າທີ່ປີ 2021. ພາບ: ຕ໊ຽນຟຸກ-ຫງວຽນດາມ.
leftcenterrightdel
ຕອບສະໜອງຂະບວນການປູກຕົ້ນໄມ້ຂຽວຢູ່ກົມກອງ. ພາບ: ຕ໊ຽນຟຸກ-ຫງວຽນດາມ.
leftcenterrightdel
ພັນໂທ ຈິ້ງໝີຮວ່າ ພ້ອມກັບທະຫານຍິງ ປູກຕົ້ນໄມ້ຢູ່ໂຮງໝໍ. ພາບ: ຕ໊ຽນຟຸກ-ຫງວຽນດາມ.

ໂດຍ: ສົມເພັດ