ທີ່ການເຈລາຈາ, ທ່ານພົນໂທ ຫງວຽນເຕິນເກືອງ  ຢືນຢັນວ່າ ການເຈລະຈາທາງໄກຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ສອງຝ່າຍແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງຍົກອອກທິດທາງ, ມາດຕະການ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ສືບຕໍ່ພັດທະນາ, ນັບມື້ນັບແທດຈິງ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ່າອີກ. ສ່ວນທ່ານພົນເອກ Koji ເນັ້ນໜັກເຖິງຄວາມສຳຄັນ ແລະການພັດທະນາຂອງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ການເຈລະຈາທາງໄກກັບທ່ານພົນເອກ Yamazaki Koji. ພາບ: ແອັງຫວູ

ເພື່ອປະຕິບັດບັນດາເນື້ອໃນທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະສັນກັນ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ບໍາລຸງສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ອຸດສາຫະກຳປ້ອງກັນປະເທດ, ການແພດທະຫານ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການປຶກສາຫາລື ແລະການສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາເວທີປາໄສຫຼາຍຝ່າຍ...

ກໍ່ໃນການເຈລະຈາ, ສອງຝ່າຍໄດ້ແລກປ່ຽນສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານພົນໂທ ຫງວຽນເຕິນເກືອງ ຢືນຢັນວ່າ ທັດສະນະຂອງຫວຽດນາມ ແມ່ນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ້ງກັນຢູ່ທະເລໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຊົມເຊີຍ ແລະສະໜັບສະໜູນບັນດາຂໍ້ລິເລີ່ມ, ການປະກອບສ່ວນຢ່າງຕັ້ງໜ້າຂອງຍີ່ປຸ່ນ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ